Concours

Recommander

Jeudi 14 juin 2007 4 14 /06 /Juin /2007 16:09

ພຣະອົງກໍຊົງຕ້ອນຮັບເຂົາແລະຊົງບອກເຂົາເຖິງຣາຊແຜ່ນດິນຂອງພຣະເຈົ້າ ແລະທຸກຄົນທ່ີຕ້ອງການຢາກດີພຍາດ ພຣະອົງກໍຊົງໂຜດໃຫ້ດີ.  ຄັນຕາເວັນກຳລັງຈະຕົກ ພວກສິບສອງຄົນນັ້ນໄດ້ມາທູນພຣະອົງວ່າ "ຂໍໃຫ້ປະຊາຊົນເລີກໄປຕາມບ້ານໄຮ່ບ້ານນາໃນແຖບນີ້ເພື່ອຫາບ່ອນພັກນອນແລະຊື້ອາຫານກິນ ເພາະບ່ອນນີ້ຢູ່ກາງປ່າ" ແຕ່ພຣະອົງຊົງຕອບເຂົາວ່າ "ພວກທ່ານຈົງລ້ຽງເຂົົາສາ" . ພວກສາວົກຈິ່ງທູນວ່າ "ພວກຂ້ານ້ອຍບໍ່ມີຫຽັງນອກຈາກເຂົ້າຈີ່ຫ້າກ້ອນ ແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້ານ້ອຍຈະໄປຊື້ອາຫານສຳລັບຄົນທັງປວງນີ້." ເພາະວ່າຄົນເຫຼົ່ານັ້ນແຕ່ຜູ້ຊາຍມີປະມານ ຫ້າພັນຄົນ ແລ້ວພຣະອົງຊົງສັ່ງພວກສາວົກວ່າ "ຈິ່ງໃຫ້ຄົນທັງປວງນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ". ເຂົາກໍເຮັດຕາມ ຄືໄດ້ໃຫ້ຄົນທັງປວງນັ່ງລົງ. ເມື່ອພຣະອົງຊົງຮັບເອົາເຂົ້າຈີ່ຫ້າກ່ອນແລະປາສອງໂຕນັ້ນແລ້ວ ກໍຊົງເງີຍພຣະພັກເບິ່ງຟ້າຂໍພຣະພອນ ແລະຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກເພື່ອແຈກໃຫ້ແກ່ຄົນທັງປວງ. ເຂົສກໍກິນອີ່ມທຸກຄົນ ສ່ວນຕ່ອນຫັກທ່ີເຫຼືອນັ້ນກໍເກັບໄດ້ສິບສອງບຸງ.

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Samedi 26 mai 2007 6 26 /05 /Mai /2007 17:12

Promesse de l'envoi du Saint Esprit

ຄຳສັນຍາແຫ່ງພະວິຍານບໍລິສຸດ

 

 

໑໕,ຖ້າພວກທ່ານຮັກເຮົາ ພວກທ່ານກໍຈະເຊື່ອຟັງຂ້ໍຄຳສັ່ງຂອງເຮົາ. ໑໖. ຝ່າຍເຮົາຈະທູນຂໍພະບິດາ ແລະພະອົງຈະໃຫ້ຜູ້ຊ່ອຍຊູອີກອົງໜຶ່ງແກ່ພວກທ່ານ ຜູ້ທີ່ຈະຢູ່ກັບພວກທ່ານຕະຫລອດໄປ.

 

໒໓. ພະເຢຊູເວົ້າລາວວ່າ "ຜູ້ໃດກໍຕາມທີ່ຮັກເຮົາກໍຈະປະຕິບັດຕາມຄຳສັ່ງສອນຂອງເຮົາ ແລະພະບິດາຂອງເຮົາຈະຮັກຜູ້ນັ້ນ ແລະພະບິດາກັບເຮົາຈະມາຫາຜູ້ນັ້ນ ແລະເຮົາຈະຕັ້ງຢູ່ກັບລາວ. ໒໔. ຜູ້ໃດກໍຕາມທີ່ບໍ່ຮັກເຮົາກໍບ່ໍປະຕິບັດຕາມຄຳສັ່ງສອນຂອງເຮົາ. ຄຳສ່ັງສອນທີ່ພວກທ່ານໄດ້ຍິນນັ້ນບ່ໍແມ່ນຂອງເຮົາ ແຕ່ມາຈາກພະບິດາຜູ້ທ່ີໄດ້ໃຊ້ເຮົາມາ. ໒໕. ເຮົາບອກຖ້ອຍຄຳເຫຼົ່ານີ້ແກ່ພວກທ່ານ ເມື່ອເຮົາຍັງຢູ່ກັບພວກທ່ານ. ໒໖. ແຕ່ພະຜູ້ຊ່ອຍຄືພະວິນຍານບໍລິສຸດ ຜູ້ທ່ີພະບິດາຈະໃຊ້ມາໃນນາມຂອງເຮົາ ຈະສັ່ງສອນພວກທ່ານທຸກສິ່ງ ແລະຈະເຮັດໃຫ້ພວກທ່ານລະນຶກເຖິງທຸກສິ່ງ ເຊິ່ງເຮົາໄດ້ບອກພວກທ່ານ.

 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Samedi 5 mai 2007 6 05 /05 /Mai /2007 21:48

ພະນິມິດ ໒໑, ໑_໕

 

 

໑. ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໃໝ່ແລະແຜ່ນດິນໂລກໃໝ່. ສະຫວັນແຮກແລະແຜ່ນດິນໂລກແຮກໄດ້ສູນຫາຍໄປ ແລະທະເລກໍບໍ່ມີຄືກັນ.

 

໒. ແລະຂາພະເຈົ້າກໍໄດ້ເຫັນນະຄອນສັກສິດ ກຸງເຢລູຊາເລັມໃໝ່ ກຳລັງລົງມາຈາກສະຫວັນແລະຈາກພະເຈົ້າຕຽມພ້ອມຄືເຈົ້າສາວແຕ່ງຕົວລໍຖ້າ ພົບເຈົ້າບ່າວຂອງຕົນ.

 

໓. ຂາພະເຈົ້າໄດ້ຍິນສຽງດັງອອກມາຈາກບັນລັງແລະກ່າວວ່າ: " ບັດນີ້ບ້ານຂອງພະເຈົ້າຢູ່ກັບມະນຸດ! ພະອົງຈະມີຊີວິດຢູ່ກັບພວກເຂົາ ແລະພວກເຂົາກໍຈະໄດ້ເປັນປະຊາຊົນຂອງພະອົງ. ພະເຈົ້າເອງຈະມີຊີວິດຢູ່ກັບພວກເຂົາ ແລະພະອົງກໍຈະເປັນພະເຈົ້າຂອງພວກເຂົາ.

 

໔. ພະອົງຈະເຊັດນ້ຳຕາທຸກຢົດຈາກຕາຂອງພວກເຂົາ. ຄວາມຕາຍຈະບໍ່ມີອີກຕໍ່ໄປ, ຄວາມໂສກເສົ້າ, ການຮ້ອງໄຫ້, ແລະຄວາມເຈັບປວດຈະບໍ່ມີອີກຕ່ໍໄປ. ສິ່ງເກົ່າແກ່ໄດ້ສູນຫາຍໄປແລ້ວ.

 

໕. ແລ້ວຜູ້ທີ່ນັ່ງຢູ່ເທິງບັນລັງກໍໄດ້ກ່າວວ່າ : "ບັດນີ້ເຮົາໄດ້ສ້າງທຸກສິ່ງຂຶ້ນໃໝ່ ! " ແລະພະອົງກ່າວແກ່ຂ້າພະເຈົ້າອີກວ່າ "ຈົ່ງຂຽນໄວ້ ດ້ວຍວ່າຄຳເຫຼົ່ານີ້ເປັນຄວາມຈິງແລະເປັນທ່ີເຊື່ອຖືໄດ້."

 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Dimanche 15 avril 2007 7 15 /04 /Avr /2007 10:56

ພະເຢຊູປະກົດແກ່ພວກສາວົກ

ໃນຕອນເດິກຂອງແລງວັນອາທິດນັ້ນ ພວກສາວົກຮ່ວມກັນຢູ່ໃນຫ້ອງ ແລະປິດປະຕູໃສ່ໄລໄວ້ເພາະຢ້ານພວກເຈົ້າໜ້າທີ່ຢີວ. ແລ້ວພະເຢຊູກໍໄດ້ເຂົ້າມາຢືນຢູ່ທ່າມກາງພວກເຂົາ. ພະອົງກ່າວວ່າ "ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ."

ເມື່ອພະເຢຊູກ່າວດັ່ງນັ້ນແລ້ວ ພະອົງກໍເດ່ມືແລະປິ່ນຂ້າງຂອງພະອົງໃຫ້ພວກເຂົົາເບິ່ງ ພວກສາວົກຈຶ່ງເຕັມໄປດ້ວຍຄວາມຊົມຊື່ນ ຍິນດີທ່ີເຫັນພະຜູ້ເປັນເຈົ້າ. ພະເຢຊູກ່າວແກ່ພວກເຂົາອີກວ່າ " ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ. ພະບິດາໄດ້ໃຊ້ເຮົາມາຢ່າງໃດ ເຮົາກໍໃຊ້ພວກທ່ານໄປຢ່າງນັ້ນ."

ເມື່ອກ່າວຈົບແລ້ວ ພະອົງໄດ້ລະບາຍລົມຫັນໃຈອອກໃສ່ພວກເຂົາ ແລະບອກວ່າ "ຈົ່ງຮັບເອົາພະວິນຍານບໍລິສຸດເຖີດ. ຖ້າພວກທ່ານອະໄພການບາບຂອງຄົນ ເຂົາກໍຈະໄດ້ຮັບອະໄພ. ຖ້າພວກທ່ານບໍ່ອະໄພການບາບຂອງຄົນ ເຂົາກໍຈະບໍ່ໄດ້ຮັບ ອະໄພ."

ໂທມາທ່ີເອີ້ນວ່າແຝດເປັນສາວົກຄົນນຶ່ງໃນສິບສອງຄົນ ລາວບໍ່ໄດ້ຢູ່ກັບພວກເຂົາຕອນທ່ີພະເຢຊູມາປະກົດນັ້ນ.

ສາວົກຄົນອື່ນຈຶ່ງບອກໂທມາວ່າ "ພວກເຮົາເຫັນພະຜູ້ເປັນເຈົ້າແລ້ວ ! "

ແຕ່ໂທມາຕອບພວກເຂົາວ່າ "ຂ້ອຍຈະບໍ່ເຊື່ອ ຖ້າຂ້ອຍບໍ່ເຫັນຮອຍຕະປູທ່ີຝາມືຂອງເພິ່ນ ແລະເອົານີ້ວມືຂອງຂ້ອຍແປະໃສ່ ຮອຍຕະປູ ແລະຈັບບາຍຂ້າງຂອງເພິ່ນ."

ອາທິດໜຶ່ງຕ່ໍມາ ພວກສາວົກຂອງພະອົງຢູ່ພ້ອມພຽງກັນໃນເຮືອນ ໂທມາກໍຢູ່ນຳເຂົາດ້ວຍ. ທັງໆທ່ີປະຕູປິດແລະໃສ່ໄລໄວ້ ແຕ່ເຢຊູເຂົ້າມາຢືນຢູ່ທ່າມກາງພວກເຂົາ ແລະກ່າວວ່າ "ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ." ແລ້ວພະອົງກໍກ່າວຕໍ່ໂທມາວ່າ "ຈົ່ງເອົານີ້ວມືຂອງເຈົ້າລູບຝາມືຂອງເຮົາ; ແລະເດ່ມືຂອງເຈົ້າແປະຂ້າງຂອງເຮົາ. ຢຸດສົງໄສແລະຈົ່ງເຊື່ອ ! "

ໂທມາຕອບພະອົງວ່າ "ພະຜູ້ເປັນເຈົ້າຂອງຂ້າພະອົງ ແລະພະເຈົ້າຂອງຂ້າພະອົງ ! "

ພະເຢຊູກ່າວຕໍ່ໂທມາວ່າ "ເຈົ້າເຊື່ອເພາະເຫັນເຮົາບໍ ? ຜູ້ທ່ີເຊື່ອໂດຍບໍ່ເຫັນເຮົາກໍເປັນສຸກເທົ່າໃດນໍ ! "

(ພວກເຮົາເປັນສາວົກນັ້ນທ່ີບໍ່ເຫັນ ເຖິງດັ່ງນັ້ນກໍດີພວກເຮົາເຊື່ອ. ໃນວັນນີ້ປິນີ້ເຮົາເວົ້າໃໝ່ວ່າ "ພະຜູ້ເປັນເຈົ້າຂອງຂ້າພະອົງ ແລະພະເຈົ້າຂອງຂ້າພະອົງ ! " - ຄຸນພໍ່ໂປນທ່ີບໍ່ມີໂອກາດໄປປະເທດລາວຈັກເທື່ອ ແຕ່ຮັກຊາວລາວຫຼາຍ )

ຄ 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Jeudi 4 janvier 2007 4 04 /01 /Jan /2007 18:28

໖, ໑ ແລະຢູ່ມາເມື່ອຄົນທັ້ງຫຼາຍໄດ້ມາກທະວີຂຶ້ນຕາມໜ້າແຜ່ນດິນ ແລະມີລູກ ສາວຫຼາຍຄົນ. ໖, ໒ ລູກຊາຍທັ້ງຫຼາຍຂອງພະເຈົ້າໄດ້ເຫັນວ່າລູກສາວຂອງຄົນ ທັ້ງຫຼາຍກໍງາມຢູ່ ແລະໄດ້ເອົາເຂົາມາເປັນເມັຽຕາມໄດ້ເລືອກໄວ້ ໖,໓ ແລະພະເຢໂຫວາໄດ້ກຼ່າວວ່າ "ພວກວິນຍານຂອງເຮົາຈະບໍ່ຖຽງກັນກັບມະນຸດຢູ່ ໄປເປັນນິດ ເພາະວ່າມະນຸດເປັນແຕ່ເນື້ອໜັງເທົ່ານັ້ນ ແຕ່ວ່າເຂົາຈະມີຊີວິດຕໍ່ໄປ ໄດ້ ໑໒໐ ປີ.     ໖, ໔ ໃນຄາວນັ້ນມີຄົນຕົວໃຫຍ່ເຫຼືອເກີນ ມີແຮງຫຼາຍເທິງແຜ່ນດິນໂລກ ແລະພາຍຫຼັງພວກລູກຊາຍຂອງພະເຈົ້າ

 

 

ໄດ້ມາຊູລູກສາວແຫ່ງຄົນທັ້ງຫຼາຍ ແລະເຂົາໄດ້ປະສູດລູກແລ້ວ ລູກທັ້ງຫຼາຍນີ້ ເປັນຄົນມີແຮງຫຼາຍແຕ່ບູຮານ ເປັນຄົນມີຊື່ສຽງລືໄປ ໖, ໕ ແລະພະເຢໂຫວາໄດ້ ເຫັນຄວາມຊົ່ວຮ້າຍຂອງມະນຸດຂຶ້ນມາກຫຼາຍເທິງແຜ່ນດິນໂລກ ແລະຄວາມຝີປອງທັ້ງສິ້ນແຫ່ງຄວາມຄຶດໃນໃຈມະນຸດເປັນຄວາມຊົ່ວຮ້າຍທຸກ ເວລາ. ໖, ໖ ແລະພະເຢໂຫວາໄດ້ຫຼົບໃຈຈາກການສ້າງມະນຸດເທິງ

 

 

ແຜ່ນດິນໂລກ ແລະມີຄວາມທຸກໃຈ. ໖, ໗ ແລະພະເຢໂຫວາໄດ້ກຼ່າວວ່າ "ມະນຸດທ່ີເຮົາໄດ້ນິລະມິດສ້າງນັ້ນ ເຮົາຈະທຳລາຍໃຫ້ສູນເສັຍຈາກຜືນດິນ ທັ້ງຄົນແລະສັດໃຊ້ ແລະສັດທີ່ເລືອຄານ ແລະນົກທ່ີຟ້າອາກາດ ດ້ວຍວ່າເຮົາ ທຼົບໃຈຈາກການສ້າງເຂົາ" ໖, ໘ ແຕ່ວ່າທ່ານໂນເອໄດ້ພໍປະສົບໃນຕາຂອງ ພະເຢໂຫວາ. ໖, ໙ ເຊື້ອສາຍຂອງທ່ານໂນເອເປັນດັ່ງນີ້ ທ່ານໂນເອເປັນຄົນ ສັດຊື່ດີທ່ີສຸດໃນທ່າມກາງຄົນທັ້ງຫຼາຍໃນຄາວນັ້ນ ທ່ານໂນເອໄດ້ທຽວໄປນຳ ພະເຈົ້າ ໖, ໑໐ ແລະທ່ານໂນເອມີລູກຊາຍ ໓ ຄົນ ຊື່ ເຊມ ໑ ກຳ ໑ ແລະ ຢາເຟດ ໑ . ໖, ໑໑ ແລະແຜ່ນດິນໂລກກໍຊົ່ວເສັຽໄປຕໍ່ໜ້າພະເຈົ້າ ແລະແຜ່ນດິນໂລກເຕັມໄປດ້ວຍການຫຽາບຊ້າສາໂຫດ. ໖, ໑໒ ແລະພະເຈົ້າ

 

 

ໄດ້ເບິ່ງແຜ່ນດິນໂລກ ແລະດັ່ງນີ້ມັນຊົ່ວເສັຽໄປ ເຫດວ່າເນື້ອໜັງທັ້ງສິ້ນໄດ້ ກະທຳໃຫ້ຮີດຄອງແຫ່ງຕົນຊົ່ວໄປເທິງແຜ່ນດິນໂລກ. ໖, ໑໓ ແລະພະເຈົ້າໄດ້ ກຼ່າວແກ່ທ່ານໂນເອວ່າ "ທ່ີສຸດແຫ່ງເນື້ອໜັງທັ້ງສິ້ນໄດ້ມາເຖິງແລ້ວຕໍ່ໜ້າເຮັາ ເຫດວ່າແຜ່ນດິນກໍເຕັມໄປດ້ວຍການຫຽາບຊ້າສາໂຫດຂອງເຂົາ ແລະດັ່ງນີ້ ເຮົາຈະໃຫ້ເຂົາຈີບຫາຍເສັຍພ້ອນກັນກັບແຜ່ນດິນນັ້ນ" . ໖, ໑໔ ເຈົ້າຈົງເອົາ ໄມ້ໂຄເຟ ກໍສ້າງນາວາໃຫຍ່ຫຼັງ ໑ ຈົງສ້າງເປັນຫ້ອງຫຼາຍບ່ອນ ແລະເອົາຢາງ ຂີ້ຊີ ທາທັ້ງໃນແລະທັ້ງນອກ. ໖, ໑໕ ແລະເຈົ້າຈົງສ້າງນາວານັ້ນຢ່າງນີ້ ຍາວ ໓໐໐ ສອກ ກວ້າງ ໕໐ ສອກ ແລະສູງ ໓໐ ສອກ. ໖,໑໖ ເຈົ້າຈົງທຳປ່ອງຢ້ຽມ ອັນ ໑ ທັ້ງເທິງນາວານັ້ນໃຫ້ແລ້ວເຖິງສອກ ໑ ແລະສ້າງປະຕູທ່ີຂ້າງນາວານັ້ນ  ແລະສ້າງຖານຊັ້ນທ່ີລຸ່ມ ຊັ້ນທ່ີກາງ ແລະຊັ້ນທ່ີເທິງ. ໖, ໑໗ ແລະຝ່າຍເຮັາດັ່ງນີ້ ເຮົາໃຫ້ນ້ຳມາຖ້ວນແຜ່ນດິນໂລກ ເພື່ອຈະໄດ້ທຳລາຍເນື້ອໜັງທ່ີມີຊີວິດລົມຫັນໃຈ ໃຫ້ເສັຽຈາກໃຕ້ຟ້າ ສັບປະທຸກສິ່ງທ່ີຢູ່ເທິງແຜ່ນດິນຈະຕາຍໄປ. ໖,໑໘ ແລະຄຳ ສັນຍາຂອງເຮົາ ເຮົາຕັ້ງໄວ້ກັບເຈົ້າ ແລະເຈົ້າຈະເຂົ້າໄປໃນນາວານັ້ນ ທັ້ງເຈົ້າ ກັບລູກຊາຍແລະເມັຽແລະລູກໃພ້ທັ້ງຫຼາຍຂອງເຈົ້າດ້າຍ. ໖,໑໙ ແລະສັດທ່ີມີຊີວິດທຸກຢ່າງທຸກເນື້ອ ຢ່າງລະຄູ່ ເຈົ້າຈົງລັບເຂົ້າມາໄວ້ໃນນາວາ

 

 

ດ້ວຍ ເພື່ອຈະໄດ້ຮັກສາຊີວິດໄວ້ກັບເຈົ້າ ທັ້ງຕົວເຖິກແລະຕົວແມ່. ໖,໒໐ ແຕ່ນົກທັ້ງຫຼາຍ ຕາມເຊື້ອຊາດນົກນັ້ນ ແລະແຕ່ສັດໃຊ້ຕາມເຊື້ອຊາດສັດນັ້ນ ແຕ່ສັດເລືອຄານທ່ີດິນຕາມເຊື້ອຊາດສັດນັ້ນທຸກຢ່າງ ຢ່າງລະຄູ່ ຈະເຂົ້າມາຢູ່ ນຳເຈົ້າ ຈະໄດ້ຮັກສາຊີວິດໄວ້. ໖,໒໑ ແລະຝ່າຍເຈົ້າ ຈົງເອົາອາຫານທຸກຢ່າງ ທີ່ກິນເປັນມາໂຮມໄວ້ນຳເຈົ້າ ແລະຂອງນັ້ນຈະເປັນອາຫານສຳຫຼັບເຈົ້າ ແລະສຳຫຼັບສັດທັ້ງຫຼາຍນັ້ນດ້ວຍ ໖,໒໒ ແລະທ່ານໂນເອໄດ້ກະທຳດັ່ງນີ້ ຕາມທີ່ພະເຈົ້າໄດ້ສັ່ງແລ້ວ ທ່ານໂນເອໄດ້ກະທຳທຸກສິ່ງ.
Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Mercredi 3 janvier 2007 3 03 /01 /Jan /2007 17:05

໕,໑ ໜັງສືລຳດັບເຊື້ອສາຍຂອງທ່ານອາດາມເປັນດັ່ງນີ້ ໃນວັນທ່ີພະເຈົ້າໄດ້ ນິລະມິດສ້າງມະນຸດນັ້ນ ພະອົງໄດ້ສ້າງລາວ ຕາມແບບຢ່າງຂອງພະເຈົ້າ. ໕,໒ ພະອົງໄດ້ນິລະມິດສ້າງ ທັ້ງຜູ້ຊາຍທັ້ງຜູ້ຍິງ ແລະໄດ້ອວຍພອນໃຫ້ເຂົາ ແລະໄດ້ເອີ້ນນາມຊື່ເຂົາວ່າ ຄົນ ໃນວັນທີ່ນິລະມິດສ້າງເຂົາແລ້ວ. ໕,໓ ແລະທ່ານອາດາມອາຍຸໄດ້ ໑໓໐ ປີແລ້ວ ທ່ານມີລູກຊາຍຄົນ ໑ ຕາມແບບຢ່າງ ຕາມຮູບແຫ່ງຕົນ ແລະເອີ້ນຊື່ວ່າ ເຊດ. ໕,໔  ແລະຕັ້ງແຕ່ທ່ານເຊດໄດ້ເກີດ ທ່ານອາດາມກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕,໕ ແລະອາຍຸທັ້ງສີ້ນຂອງທ່ານອາດາມໄດ້ ໙໓໐ ປີ. ແລະທ່ານໄດ້ຕາຍໄປ. ໕,໖ ແລະທ່ານເຊດອາຍຸໄດ້ ໑໐໕ ປີແລ້ວ ທ່ານມີລູກຊາຍຊື່ ເອໂນຄ. ໕,໗ ແລະຕັ້ງແຕ່ທ່ານເອໂຄໄດ້ເກີດ ທ່ານເຊດກໍມີຊີວິດຍືນຍາວໄປອີກໄດ້ ໘໐໗ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕.໘ ແລະອາຍຸທັ້ງສິ້ນຂອງທ່ານເຊດໄດ້ ໘໑໒ ປີ. ແລະທ່ານໄດ້ຕາຍໄປ.

໕, ໙ ແລະທ່ານເອໂນຄອາຍຸໄດ້ ໙໐ ປີແລ້ວ ທ່ານມີລູກຊາຍຊື່ເກນານ ໕,໑໐ ແລະຕັ້ງແຕ່ທ່ານເກນານໄດ້ເກີດ ທ່ານເອໂນຄກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໑໕ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕,໑໑  ແລະອາຍຸທັ້ສິ້ນຂອງ ທ່ານເອໂນຄໄດ້ ໘໑໕ ປີ ແລະທ່ານໄດ້ຕາຍໄປ. ໕, ໑໒ ແລະທ່ານເກນານ ອາຍຸໄດ້ ໗໐ ປີ ແລ້ວ ທ່ານມີລູກຊາຍຊື່ ມາຫາລາເລນ.໕,໑໓ ແລະຕັ້ງແຕ່ທ່ານ ມາຫາລາເລນໄດ້ເກີດ ທ່ານເກນານກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໔໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕,໑໔ ແລະອາຍຸທັ້ງສິ້ນຂອງທ່ານເກນານໄດ້ ໙໑໐ ປີ ແລະທ່ານໄດ້ຕາຍໄປ.

໕, ໑໕ ແລະທ່ານມາຫາລາເລນອາຍຸໄດ້ ໗໕ ປີ ແລ້ວ ທ່ານມີລູກຊາຍຊື່ ເຢເລດ. ໕, ໑໖ ແລະຕັ້ງແຕ່ທ່ານເຢເລໄດ້ເກີດ ທ່ານມາຫາລາເລນກໍມີຊີວິດ ຍືນຍາວຕໍ່ໄປອີກໄດ້ ໘໓໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໑໗ ແລະອາຍຸ ທັ້ງສິ້ນຂອງທ່ານມາຫາລາເລນໄດ້ ໘໙໕ ປີ ແລະທ່ານໄດ້ຕາຍໄປ.

໕, ໑໘ ແລະທ່ານເຢເລດອາຍຸໄດ້ ໑໖໒ ປີ ແລ້ວ ທ່ານມີລູກຊາຍຊື່ ເຫນົກ.

໕, ໑໙ ແລະຕັ້ງແຕ່ທ່ານເຫນົກໄດ້ເກີດ ທ່ານເຢເລດກໍມີຊີວິດຍືນຍາວ ຕໍ່ໄປອີກໄດ້ ໘໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໒໐ ແລະອາຍຸທັ້ງສິ້ນ ຂອງທ່ານເຢເລດໄດ້ ໙໖໒ ປີ ແລະທ່ານໄດ້ຕາຍໄປ. ໕, ໒໑ ແລະທ່ານເຫນົກອາຍຸໄດ້ ໖໕ ປີແລ້ວ ທ່ານມີລູກຊາຍຊື່ ເມທຶເຊລາ ໕, ໒໒ ແລະຕັ້ງແຕ່ທ່ານເມທຶເຊລາໄດ້ເກີດ ທ່ານເຫນົກໄດ້ທຽວໄປນຳພະເຈົ້າ ໓໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໒໓ ແລະອາຍຸທັ້ງສິ້ນຂອງທ່ານເຫນົກໄດ້ ໓໖໕ ປີ. ແລະທ່ານເຫນົກໄດ້ທຽວໄປນຳພະເຈົ້າ ແລະບໍ່ຍັງຢູ່ ເຫດວ່າພະເຈົ້າ ໄດ້ເອົາທ່ານໄປ. ໕, ໒໕

ແລະທ່ານມາຫາລາເລນອາຍຸໄດ້ ໖໕ ປິ ແລ້ວ ທ່ານມີລຸກຊາຍຊື່ ເຢເລດ. ໕,໑໖ ແລະຕັ້ງແຕ່ທ່ານເຢເລດໄດ້ເກີດ ທ່ານມາຫາລາເລນກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໓໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໑໗ ແລະອາຍຸທັ້ງສິ້ນຂອງທ່ານມາຫາລາເລນໄດ້ ໘໙໘ ປິ ແລະທ່ານໄດ້ຕາຍໄປ. ໕,໑໘ ແລະທ່ານເຢເລດອາຍຸໄດ້ ໑໖໒ ປີ ແລ້ວ ທ່ານມີລູກຊາຍຊື່ ເຫນົກ. ໕,໑໙ ແລະຕັ້ງແຕ່ທ່ານເຫນົກໄດ້ເກີດ ທ່ານເຢເລດກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໐໐ ປີແລະມີລູກຊາຍຍິງຫຼາຍຄົນ. ໕,໒໐ ແລະອາຍຸທັ້ງສິ້ນຂອງທ່ານເຢເລດໄດ້ ໙໖໒ ປີ ແລະທ່ານໄດ້ຕາຍໄປ

 

໕, ໒໑ ແລະທ່ານເຫນົກອາຍຸໄດ້ ໖໕ ປີແລ້ວ ທ່ານມີລູກຊາຍຊື່ ເມທຶເຊລາ ໕,໒໒ ແລະຕັ້ງແຕ່ທ່ານເມທຶເຊລາໄດ້ເກີດ ທ່ານເຫນົກໄດ້ທຽວໄປນ້ຳພະເຈົ້າ ໓໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ ໕, ໒໓ ແລະອາຍຸທັ້ງສິ້ນຂອງທ່ານເຫນົກ ໄດ້ ໓໖໕ ປີ. ໕,໒໔ ແລະທ່ານເຫນົກໄດ້ທຽວໄປນ້ຳພະເຈົ້າ ແລະບໍຍັງຢູ່ ເຫດວ່າພະເຈົ້າໄດ້ເອົາທ່ານໄປ. ໕, ໒໕ ແລະທ່ານເມທຶເຊລາອາຍຸໄດ້ ໑໘໗ ປີແລ້ວ ທ່ານມີລູກຊາຍຊື່ ເລເມກ . ໕,໒໖ ແລະຕັ້ງແຕ່ທ່ານເລເມກໄດ້ເກີດ ທ່ານເມທຶເຊລາກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໗໘໒ ປີ ແລະມີລູກຊາຍຍິງຫຼາຍ ຄົນ ໕, ໒໗ ແລະອາຍຸທັ້ງສິ້ນຂອງທ່ານເມທຶເຊລາໄດ້ ໙໖໙ ແລະທ່ານໄດ້ຕາຍ ໄປ. ໕,໒໘ ແລະທ່ານເລເມກອາຍູໄດ້ ໑໙໒ ປີ ແລ້ວ ທ່ານມີລູກຊາຍຄົນ ໑ . ໕, ໒໙ ແລະໄດ້ເອີ້ນນາມຊື່ລູກນັ້ນວ່າ ໂນເອ ເວົ່າວ່າ "ລູກຄົນນີ້ຈະອ້ອຍໄຈ ຂອງພວກເຮົາແຕ່ວຽກ ແລະແຕ່ການໜັກແຫ່ງມືຂອງພວກເຮົາຍ້ອນດິນທ່ີ ພະເຢໂຫວາໄດ້ດ່ານັ້ນ" . ໕,໓໐ ແລະຕັ້ງແຕ່ທ່ານໂນເອໄດ້ເກີດ ທ່ານເລເມກ ກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໔໙໒ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໓໑ ແລະອາຍຸທັ້ງສິ້ນຂອງທ່ານເລເມກໄດ້ ໗໗໗ ປີ ແລະທ່ານໄດ້ຕາຍໄປ. ໕, ໓໒ ແລະທ່ານໂນເອອາຍຸໄດ້ ໕໐໐ ປີ ແລ້ວ ທ່ານໂນເອມີລູກຊາຍ ໓ ຄົນ ຊື່ ເຊມຜູ້ ໑ ກຳຜູ້ ໑ ແລະ ຢາເຟດຜູ້ ໑

 

 

 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Samedi 30 décembre 2006 6 30 /12 /Déc /2006 20:22

໔, ໑ ແລະທ່ານອາດາມໄດ້ຮ່ວມຮູ້ກັບນາງເອວາຜູ້ເປັນເມັຽແຫ່ງຕົນ ແລະນາງ ໄດ້ທົງຄັບ ແລະໄດ້ປະສູດລູກຊື່ ກາອີນ ແລະນາງໄດ້ກຼ່າວວ່າ "ດ້ວຍຊົດຊ່ອຍຂອງພະເຢໂຫວາ

ເຮົາໄດ້ລູກຄົນ ໑ " . ໔,໒ ແລະນາງໄດ້ປະສູດນ້ອງຊາຍທ້າວກາອີນອີກຊື່ອາເບນ

ແລະທ້າວອາເບນເປັນຜູ້ລ້ຽງຝູງສັດນ້ອຍ ແລະທ້າວກາອີນເປັນຄົນໄຖນາ.

໔,໓  ແລະຢູ່ມາເມື່ອເວລາລ່ວງໄປ ທ້າວກາອີນໄດ້ເອົາແຕ່ໝາກທ່ີເກີດແຕ່ດິນ ມາຍົກບູຊາຖວາຍແກ່ພະເຢໂຫວາ. ແລະທ້າວອາເບນໄດ້ເອົາສັດ ລູກກົກກັບນ້ຳມັນຂອງສັດ

ທ່ີລ້ຽງໄວ້ນັ້ນ ມາຍົກບູຊາຖວາຍດ້ວຍ ແລະພະເຢໂຫວາໄດ້ຊອບໃຈກັບທ້າວອາເບນ ແລະກັບເຄື່ອງບູຊາຂອງຕົນນັ້ນ. ໔, ໕ ແຕ່ວ່າກັບທ້າວກາອີນແລະເຄື່ອງບູຊາແຫ່ງຕົນ ພະອົງກໍບໍ່ໄດ້ຊອບໃຈ ແລະທ້າວກາອີນໄດ້ຮ້າຍຫຼາຍ ແລະມີໜ້າຕົກ. ໔, ໖ ແລະພະເຢໂຫວາ ໄດ້ຖາມທ້າວກາອີນວ່າ "ເປັນສັນໃດເຈົ້າຮ້າຍ ແລະເປັນສັນໃດເຈົ້າມີໜ້າຕົກ. ໔,໗ ຖ້າເຈົ້າກະທຳດີ ເຈົ້າຈະບໍ່ເປັນທ່ີໂຜດຮັບຫຼື ແລະຖ້າເຈົ້າກະທຳບໍ່ດີ ສັດເຄື່ອງບູຊາຖວາຍແທນບາບກໍນອນຢູ່ທ່ີປະຕູ ແລະຄວາມຢາກໄດ້ຂອງມັນກໍຫາເຈົ້າ ແລະເຈົ້າຈະຄຸ້ມຄອງມັນ ".

໔, ໘ ແລະທ້າວກາອີນໄດ້ປາກກັບທ້າວອາເບນຜູ້ເປັນນ້ອງຊາຍແຫ່ງຕົນ ແລະຢູ່ ມາເມື່ອ

ເຂົາຢູ່ໃນທົ່ງນາດ້ວຍກັນ ທ້າວກາເອີນໄດ້ລຸກຂຶ້ນຕໍ່ສຸ້ທ້າວອາເບນຜູ້ເປັນ ນ້ອງຊາຍແຫ່ງຕົນ

ແລະໄດ້ຂ້າລາວເສັຽ. ໔, ໙ ແລະພະເຢໂຫວາໄດ້ຖາມທ້າວກາອີນ ວ່າ "ອາເບນນ້ອງຊາຍຂອງເຈົ້າຢູ່ທ່ີໃດ" ແລະທ້າວກາອີນໄດ້ຕອບວ່າ "ຂ້ານ້ອຍ ບໍ່ຮູ້ຈັກ ຂ້ານ້ອຍເປັນ

 

ຜູ້ພິທັກຮັກສານ້ອງຊາຍຂ້ານ້ອຍຫຼີ" . ໔,໑໐  ແລະພະອົງໄດ້ກຼ່າວວ່າ "ເຈົ້າໄດ້ກະທຳການໃດ ສຽງເລືອດຂອງນ້ອງຊາຍເຈົ້າກໍຮ້ອງຂຶ້ນມາຈາກດິນເຖິງເຮົາ. ໔, ໑໑ ແລະດຽວນີ້ ເຈົ້າເປັນ

ທີ່ດ່າແຕ່ດິນທ່ີໃດອ້າປາກຮັບເລືອດຂອງ ນ້ອງຊາຍ ທ່ີໃດໄຫຼແຕ່ມືຂອງເຈົ້າ. ໔,໑໒ ເມື່ອເຈົ້າຈະໄຖດິນ ມັນຈະບໍ່ເກີດ ໝາກຫຼາຍຕໍ່ໄປ ເຈົ້າຈະເປັນຄົນລັກເລງ ແລະຄົນຫຼົບຫຼີກເທິງແຜ່ນດິນ"

 

໔,໑໓ ແລະທ້າວກາອີນໄດ້ກຼາບຫຼອງພະເຢໂຫວາວ່າ "ໂທດຖືກຂ້ານ້ອຍກໍໜັກ ເຫຼືອທ່ີຂ້ານ້ອຍຈະທົນໃດ. ໔,໑໔ ດັ່ງນີ້ໃນວັນນີ້ ພະອົງໄດ້ຂັບໄລ່ຂ້ານ້ອຍຈາກຜືນດິນ ແລະຂ້ອນ້ອຍຈະເປັນທ່ີບັງໄວ້ຈາກໜ້າຂອງພະອົງ ແລະຂ້ານ້ອຍຈະເປັນຄົນລັກເລງ ແລະຄົນຫຼົບຫຼີກເທິງແຜ່ນດິນ ແລະຢູ່ມາເມື່ອຄົນ ໑ ຄົນໃດຈະພົບຂ້ານ້ອຍ ຄົນນັ້ນຈະຂ້າຂ້ານ້ອຍເສັຽ " ໔,໑໕ ແລະພະເຢໂຫວາໄດ້ກຼ່າວແກ່ລາວວ່າ "ເຫດສັນນີ້ຜູ້ໃດຈະຂ້າກາອີນນັ້ນ ກໍຈະມີໂທດເຖິງ ໓ ທໍ່"  ແລະພະເຢໂຫວາໄດ້ໝາຍທ້າວກາອີນໄວ້ດ້ວຍສຳຄັນ ເພື່ອຄົນທຸກຄົນທ່ີຈະພົບ ລາວ ກໍຈະບໍ່ຂ້າລາວເສັຽ. ໔,໑໖

໔,໑໖ ແລະທ້າວກາອີນໄດ້ອອກມາຈາກຕ່ໍໜ້າພະເຢໂຫວາ ແລະໄດ້ອາໄສຢູ່ໃນປະເທດ ໂນດທັ້ງທິດບົວລະພາແຕ່ສວນເອເດນ. ແລະທ້າວກາອີນໄດ້ຮ່ວມຮູ້ກັບເມັຽແຫ່ງຕົນ ໔,໑໗ ແລະນາງໄດ້ທົງຄັບ ແລະໄດ້ປະສູດລູກຊື່ ເຫໂນກ ແລະທ້າວກາອີນໄດ້ກໍ່ສ້າງເມືອງຂຶ້ນແຫງ ໑ ແລະເອີ້ນຊື່ເມືອງນັ້ນວ່າ ເຫໂນກ ຕາມຊື່ລູກຊາຍແຫ່ງຕົນ. ໔, ໑໘ ແລະເຫໂນກມີລູກຊາຍຊື່ອີລາດ ແລະອີລາດມີລູກຊາຍຊື່ ເມຫຶຍາເອນ ແລະເມຫຶຍາເອນມີລູກຊາຍຊື່ ເມທຶຊາເອນ ແລະເມທຶຊາເອນມີລູກຊາຍຊື່ ລາເມກ. ໑,໑໙ ແລະທ່ານລາເມກໄດ້ເອົາເມັຽ ໒ ຄົນ ຄົນ ໑ ຊື່ອາດາ ຄົນທ່ີສອງຊື່ ຈີລາ. ໔, ໒໐ ແລະນາງອາດາໄດ້ປະສູດລູກຊາຍຊື່ ຍາບາເລ ຜູ້ເປັນພໍ່ແຫ່ງຄົນທັ້ງຫຼາຍ ທື່ຢູ່ໃນທັບອາໄສແລະລ້ຽງສັດ. ໔,໑໑ ແລະທ່ານຍາບາເລ ມີນ້ອງຊາຍຊື່ ຢູບາເລຜູ້ເປັນພໍ່ແຫ່ງຄົນທັ້ງປວງ ທີ່ດີດກະຈັບປີມືແລະເປົ່າຂຸ່ຽ. ໔,໒໒

ແລະນາງຈີລາທັ້ງມວນໄດ້ປະສູດລູກຊາຍຊື່ຕຶບາເລກາອີນ ຜູ້ເປັນຊ່າງຕີເຄື່ອງມື ທຳດ້ວຍທອງເຫຼືອງແລະດ້ວຍເຫຼັກ ແລະທ່ານຕຶບາເລກາອີນມີນ້ອງສາວ ຊື່ ນາອາມາ. ໔,໒໓  ແລະທ່ານລາເມກໄດ້ກຼ່າວແກ່ເມັຽທັ້ງ ໒ ແຫ່ງຕົນວ່າ "ນາງອາດາ ແລະນາງຈີລາ ຈົງພາກັນຟັງຄວາມເຮົາເທິນ ເມັຽຂອງລາເມກເອີຍ ຈົງພາກັນຕັ້ງຫູຟັງຖ້ອຍຄຳຂອງເຮົາເທິນ ເຮົາຈະຂ້າຄົນຜູ້ ໑ ຍ້ອນບາດຂອງເຮົາ ແລະຄົນໜຸ່ມຜູ້ ໑ ຍ້ອນຊ້ຳຂອງເຮົາ. ໔,໒໔ ຖ້າມີການຕອບແທນສຳຫຼັບທ່ານກາອີນເຖິງ ໗ ທໍ່ ສ່ວນທ່ານລາເມກຈະໄດ້ເຖິງ ໗໗ທໍ່. ໔,໒໕ ແລະທ່ານອາດາມໄດ້ຮ່ວມຮູ້ກັບເມັຽແຫ່ງຕົນອີກ ແລະນາງໄດ້ປະສູດລູກຊາຍຜູ້ ໑ ແລະເອີ້ນຊື່ວ່າ ເຊດ ນາງໄດ້ກຼ່າວວ່າ " ເພາະພະເຈົ້າໄດ້ໂຜດປະທານເຊື້ອສາຍອີກຄົນ ໑ ໃຫ້ຂ້ານ້ອຍ ແທນທ້າວອາເບນ ເຫດວ່າກາອີນໄດ້ຂ້າລາວເສັຽ" ໔,໒໖ ແລະທ່ານເຊດໄດ້ມີລູກຊາຍຄົນ ໑

ດ້ວຍ ແລະເອີ້ນຊື່ວ່າ ເອໂນຄ ໃນເລລານັ້ນ ເຂົາໄດ້ຕັ້ງຕົ້ນອ້ອນວອນອອກພະນາມຊື່ ແຫ່ງພະເຢໂຫວາ.

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Samedi 30 décembre 2006 6 30 /12 /Déc /2006 18:32
Par khoun pho - Publié dans : Liens
Ecrire un commentaire - Voir les 0 commentaires
Vendredi 29 décembre 2006 5 29 /12 /Déc /2006 18:58

໓, ໑ ອັນນຶ່ງງູເປັນສັດສຼາດກວ່າສັດທັ້ງປວງ ທີ່ຢູ່ໃນປ່າ ທ່ີພະເຢໂຫວາພະເຈົ້າ ໄດ້ສ້າງໄວ້ນັ້ນ ແລະງູໄດ້ຖາມຜູ້ຍິງວ່າ "ຈິງຫຼືພະເຈົ້າໄດ້ບອກຫ້າມວ່າພວກເຈົ້າ ຢ່າຊຸກິນໝາກໄມ້ທຸກຢ່າງໃນສວນນີ້ຫຼື". ໓,໒  ແລະຜູ້ຍິງໄດ້ຕອບງູວ່າ "ໝາກໄມ້ທັ້ງ ປວງທ່ີຢູ່ໃນສວນນີ້ ພວກເຮົາພາກັນກິນໄດ້

໓,໓ ແຕ່ວ່າໝາກຜົນລະໄມ້ນັ້ນທ່ີຢູ່ກາງສວນພະເຈົ້າໄດ້ຫ້າມວ່າ ¨ ຢ່າກິນແລະຢ່າບາຽ ຢ້ານວ່າພວກເຈົ້າຕາຍໄປ ¨ ". ໓,໔ ແລະງູໄດ້ກຼ່າວແກ່ຜູ້ຍິງວ່າ "ພວກເຈົ້າຈະບໍ່ຕາຍດອກ. ໓,໕ ເພາະວ່າພະເຈົ້າຮູ້ຢູ່ວ່າ ພວກເຈົ້າຫາກກິນໝາກໄມ້ນັ້ນໃນວັນໃດ ຕາຂອງພວກເຈົ້າ

ຈະມືນແຈ້ງຂຶ້ນໃນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພະເຈົ້າ ຮູ້ຈັກການດີແລະການຊົ່ວ".  

໓,໖ ແລະຜູ້ຍິງໄດ້ເຫັນວ່າຕົ້ນໄມ້ນັ້ນເປັນທ່ີກິນແຊບ ແລະຊອບຕາ ແລະເປັນຕົ້ນໄມ້ ທ່ີຕ້ອງການຢາກໄດ້ໃຫ້ມີປັນຍາຂຶ້ນແລະລາວໄດ້ປິດເອົາແຕ່ໝາກໄມ້ນັ້ນ ແລະໄດ້ກິນ ແລະໄດ້້ຍື່ນໃຫ້ຜົວທ່ີຢູ່ດ້ວຍກັນ ແລະຜົວໄດ້ຮັບກິນດ້ວຍ. ໓,໗ ແລະຕາຂອງເຊົາທັ້ງ ໒ ໄດ້ມືນແຈ້ງຂຶ້ນ ແລະເຂົາຮູ້ຈັກວ່າຕົວເປັນປະເປືອຍຢູ່ ແລະເຂົາໄດ້ພາກັນເອົາໃບກົກເດື່ອເທດ ມາຫຍິບໃຊ່ກັນເປັນເຄື່ອງນຸ່ງ.

                               

໓,໘ ແລະເຂົາທັ້ງ ໒ ໄດ້ຍິນສຽງປາກຂອງພະເຢໂຫວາພະເຈົ້າທ່ີທຽວມາໃນສວນເວລາຄຳວັນນັ້ນ ແລະຄົນຊາຍນັ້ນກັບເມັຽໄດ້ພາກັນໄປລິ້ຕົວຢູ່ໃນກາງຕົ້ນໄມ້ໃນສວນນັ້ນ ໃຫ້ພົ້ນຈາກໜ້າພະເຢໂຫວາພະເຈົ້າ. ໓, ໙ ແລະພະເຢໂຫວາພະເຈົ້າໄດ້ຮ້ອງຄົນຊາຍນັ້ນ

ແລະໄດ້ຖາມວ່າ "ເຈົ້າຢູ່ທ່ີໃດ" ໓,໑໐ ແລະລາວໄດ້ກຼາບຫຼອງວ່າ "ຂ້ານ້ອຍໄດ້ຍິນ

ສຽງປາກຂອງພະອົງໃນສວນ ແລະຂ້ານ້ອຍໄດ້ຢານຍ້ອນຕົວປະເປືອຍຢູ່ ແລະຂ້ານ້ອຍໄດ້ໄປລີ້ຕົວເສັຽ" ໓,໑໑ ແລະພະອົງໄດ້ຖາມວ່າ "ໃຜບອກເຈົ້າວ່າຕົວປະເປືອຍຢູ່ ໝາກໄມ້ທ່ີເຮົາໄດ້ຫ້າມບໍ່ໃຫ້ກິນ ເຈົ້າໄດ້ກິນຫຼື ". ໓,໑໒  ແລະຄົນຊາຍໄດ້ຕອບວ່າ "ຜູ້ຍິງທ່ີພະອົງໄດ້ປະທານໃຫ້ຢູ່ກັບຂ້ານ້ອຍນັ້ນ ກໍໄດ້ເອົາແຕ່ໝາກໄມ້ນັ້ນຍື່ນໃຫ້ຂ້ານ້ອຍ ແລະຂ້ານ້ອຍໄດ້ກິນ" ໓,໑໓ ແລະພະເຢໂຫວາພະເຈົ້າໄດ້ກຼ່າວແກ່ຍິງວ່າ "ເຈົ້າໄດ້ກະທຳສີ່ງໃດ " ແລະຜູ້ຍິງໄດ້ຕອບວ່າ "ງູໄດ້ລໍ້ລວງຂ້ານ້ອຍ ແລະຂ້ານ້ອຍໄດ້ກິນໝາກນັ້ນ" . ໓,໑໔ ແລະພະເຢໂຫວາພະເຈົ້າໄດ້ກຼ່າວແກ່ງູວ່າ "ເພາະເຫດເຈົ້າໄດ້ກະທຳການນັ້ນ ເຈົ້າເປັນ

ທ່ີດ່າໃນທ່ຳກາງສັດບ້ານແລະສັດປ່າທັ້ງປວງ ເຈົ້າຈະລອຽໄປດ້ວຍທ້ອງຂອງເຈົ້າ ແລະຈະກິນຂີ້ຝຸ່ນດິນທຸກວັນຈົນສິ້ນຊິວີດ ໓,໑໕ ແລະເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ່ຍິງເປັນສັດຕູກັນ ເຊື້ອສາຍຂອງຜູ້ຍິງ ຈະຢຽບຫົວເຈົ້າໃຫ້ແຕກ ແລະເຈົ້າຈະທຳໃຫ້ສົ້ນຕີນເພື່ອນບວມຊຳໄປ"

໓, ໑໖ ພະອົງໄດ້ກຼ່າວແກ່ຜູ້ຍິງວ່າ "ເຮົາຈະກະທຳໃຫ້ຄວາມເຈັບແລະທົງຄັບຂອງ ເຈົ້າຂຶ້ນມາກຫຼາຍເມື່ອປະສູດລູກຈະມີຄວາມທຸກລຳບາກຫຼາຍ ແລະຄວາມຢາກໄດ້ຂອງເຈົ້າ

ຈະຫາສູຜົວຂອງເຈົ້າ ແລະຜົວຈະຄູ້ມຄອງຕົວເຈົ້າ". ໓, ໑໗ ແລະພະອົງໄດ້ກຼ່າວແກ່ທ່ານອາດາມ

ວ່າ " ເພາະເຫດເຈົ້າໄດ້ເຊື່ອຟັງຄວາມເມັຽຂອງເຈົ້າ ແລະໄດ້ກິນໝາກໄມ້ທ່ີເຮົາໄດ້ຫ້າມວ່າ

¨ຢ່າຊູກິນ¨ ດິນເປັນທ່ີດ່າຍ້ອນຕົວເຈົ້າ ເຈົ້າຈະຫາກິນທ່ີດິນນັ້ນດ້ວຍຄວາມທຸກຍາກ ທຸກວັນຈົນສິ້ນຊີວິດ. ໓,໑໘  ດິນນັ້ນຈະງອກຕົ້ນໄມ້ທ່ີມີໜາມ ແລະຫຍ້າມີໜາມຮົກຕໍ່ເຈົ້າ ແລະເຈົ້າຈະກິນຜັກຫຍ້າທ່ີຢູ່ປ່າ. ໓, ໑໙ ເຈົ້າຈະຫາກິນດ້ວຍເຫື່ອໄຫຼຊຸ່ມໜ້າ ຈົນເຖິງເຈົ້າຈະຫຼົບໄປໃນດິນອີກ. ເພາະວ່າເຈົ້າໄດ້ອອກມາຈາກດິນ ເພື່ອເຈົ້າເປັນຂີ້ຝູນ ແລະເຈົາຈະຫຼົບໄປໃນຂີ້ຝູນອີກ".

                              photo

໓, ໒໐ ແລະທ່ານໄດ້ເອີ້ນຊື່ເມັຽແຫ່ງຕົນວ່າ "ນາງເອວາ" ເຫດວ່ານາງເປັນແມ່ ຂອງຄົນທັ້ງປວງທ່ີມີຊີວິດຢູ່. ໓, ໒໑ ແລະພະເຢໂຫວາພະເຈົ້າໄດ້ເອົາໜັງສັດສ້າງເສື້ອຜ້າ ໃຫ້ທ່ານອາດາມກັບເມັຽນຸ່ງຫົ່ມຕົວ. ໓, ໒໒ ແລະພະເຢໂຫວາ ພະເຈົ້າໄດ້ກຼ່າວວ່າ " ດັ່ງນີ້ມະນຸດໄດ້ກາຽເປັນເໝືອນດ່ັງຜູ້ ໑ ໃນໝວດເຮົາ ຈະໄດ້ຮູ້ຈັກການດີແລະຊົ່ວ ແລະບັດນີ້ຢານວ່າລາວຈະຍື່ນມືຈັບເອົາໝາກຂອງ ຕົ້ນໄມ້ຊີວິດມາກິນ ແລະໃຫ້ອາຍຸລາວ

ຍືນຍາວເປັນນິດ" ໓, ໒໓ ແລະພະເຢໂຫວາພະເຈົ້າໄດ້ຂັບໄລ່ມະນຸດອອກຈາກສວນເອເດນ ໃຫ້ໄປໄຖດິນທີ່ໄດ້ເອົາອອກມາເປັນມະນຸດນັ້ນ. ພະອົງໄດ້ຂັບໄລ່ຄົນໃຫ້ໜີເສັຽ. ແລະທັ້ງທິດບົວຣະພາແຕ່ສວນເອເດນ ໓,໒໔ ພະອົງໄດ້ຕັ້ງນາຍທຸດສວັນ ທັ້ງຫຼາຍ ທີ່ຖືດາບອັນເປັນແປວໄຟອັນແກວ່ງໄປແກວ່ງມາ ເພື່ອຈະໄດ້ເຝົ້າຮັກສາທາງໄປ

ຫາຕົ້ນໄມ້ຊີວິດນັ້ນ.

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Lundi 18 décembre 2006 1 18 /12 /Déc /2006 18:37

໒,໑ ແລະຟ້າທັ້ງຫຼາຍ ແລະແຜ່ນດິນໂລກກັບສັບປະທຸກສີ່ງທ່ີມີຢູ່ໃນທ່ີນັ້ນ ກໍສຳເຮັດເສັດແລ້ວ . ໒,໒ ແລະກິດຈະການທ່ີພະເຈົ້າໄດ້ສ້າງໃວ້ນັ້ນ ພະອົງໃຫ້ສຳເຮັດເສັດແລ້ວ ໆ ໃນວັນທີ່ ໗ ແລະໃນວັນທ່ີ ໗ ນັ້ນ ພະອົງໄດ້ພັກເຊົາຈາກກິດຈະການທັ້ງສິ້ນ ທ່ີພະອົງໄດ້ສ້າງໃວ້ນັ້ນ. ໒,໓ ແລະພະເຈົ້າ ໄດ້ອວຍພອນໃຫ້ແກ່ວັນທີ່ ໗ ນັ້ນ ແລະຕັ້ງໃວ້ເປັນວັນສິນ ເພາະວ່າໃນວັນນັ້ນ ພະອົງໄດ້ພັກເຊົາຈາກກິດຈະການທັ້ງສິ້ນ ທ່ີພະອົງໄດ້ນິຣະມິດ ດ້ວຍສ້າງຂຶ້ນໃວ້ນັ້ນ.

 

                            

 

 

 

 

 

 

 ໒,໔ ເລື່ອງຕົ້ນເດິມຟ້າທັ້ງຫຼາຍແລະແຜ່ນດິນໂລກ ເມື່ອເປັນທີ່ນິຣະມິດສ້າງໃວ່ແລ້ວກໍເປັນດັ່ງນີ້ ໒,໕ ໃນວັນທ່ີພະເຢໂຫວາພະເຈົ້າໄດ້ສ້າງແຜ່ນດິນໂລກ ແລະຟ້າທັ້ງຫຼາຍນັ້ນ ຕົ້ນໄມ້ໃນປ່າທ່ີແພ່ນດິນຍັງບໍ່ມີສັກກົກ ແລະຕົ້ນຫຍ້າໃນປ່າກໍຍັງບໍ່ງອກຂຶ້ນ ສັກກົກ ເພາະວ່າພະເຢໂຫວາພະເຈົ້າຍັງບໍ່ໄດ້ກະທຳໃຫ້ຝົນຕົກໃຊ່ແຜ່ນດິນ ແລະຄົນທ່ີຈະຂຸດດິນກໍຍັງບໍ່ມີ. ແຕ່ວ່າອາຍນ້ຳໄດ້ຂຶ້ນມາຈາກດິນ ແລະໄດ້ໃຫ້ພື້ນດິນຊູ່ມທົ່ວໄປ. ໒,໖ ແລະພະເຢໂຫວາພະເຈົ້າໃດ້ເອົາຂື້ຝຸ່ນດິນ ມາປັ້ນຕົວຄົນ ໒,໗ ແລະພະອົງໄດ້ເປົ່າລົມຫັນໃຈຊີວິດໃສ່ຮູດັງຄົນນັ້ນ ແລະຄົນໄດ້ບັງເກິດເປັນຈິດວິນຍານມີຊີວິດຢູ່.

                             

໒,໘ ແລະພະເຢໂຫວາພະເຈົ້າໄດ້ປູກຝັງສວນ ໑ ໃວ່ ຢູ່ໃນບ່ອນຊື່ ເອເດນ ທັ້ງທິດບົວລະພາ ແລະຄົນທ່ີພະອົງໄດ້ປັ້ນນັ້ນ ພະອົງໄດ້ເອົາມາຕັ້ງຢູ່ໃນສວນນັ້ນ. ໒,໙ ແລະຜົນລະໄມ້ທຸກຢ່າງທ່ີຊອບຕາ ແລະໃຊ່ເປັນອາຫານກິນ ພະເຢໂຫວາພະເຈົ້າໄດ້ກະທຳໃຫ້ງອກປົງຂຶ້ນຈາກດິນ ແລະມີຕົ້ນໄມ້ຊີວິດຢູ່ໃນ ກາງສວນນັ້ນ ແລະຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ. ໒,໑໐ ແລະມີແມ່ນ້ຳແມ່ ໑ ອອກຈາກເອເດນ ໃຫ້ມາຮົດສວນນັ້ນ ແລະຕັ້ງແຕ່ບ່ອນນັ້ນ ແມ່ນ້ຳນັ້ນແຍກອອກເປັນ ໔ ແງ່. ໒,໑໑ ແງ່ທ່ີ ໑ ຊື່ວ່າ ປີໂຊນ ເປັນນ້ຳແງ່ນີ້ທ່ີໄຫຼ ອອມທົ່ວປະເທດຫາວີລາ ໒,໑໒ ທ່ີນັ້ນມີຄຳ ແລະຄຳແຕ່ປະເທດນີ້ເປັນຄຳຢ່າງດີ ແລະທ່ີນັ້ນມີຢາງໄມ້ບະເດສອມ ແລະມີຫິນແກ້ວປະເສິດໂມຮາ. ໒,໑໓ ແມ່ນ້ຳທ່ີ ໒ ນັ້ນ ຊື່ວ່າ ກີໂຫນ ເປັນນ້ຳນັ້ນທ່ີໄຫຼອອມທົ່ວປະເທດກຶເຊ. ໒,໑໔ ແລະແມ່ນ້ຳທ່ີ ໓ ຊື່ວ່າ ຫິດເດເກນເປັນນ້ຳນັ້ນທ່ີໃຫ້ຕ່ໍໜ້າເມືອງອາຊີລີ ແລະແມ່ນ້ຳທ່ີ ໔ ຊື່ວ່າ ເອິຟາລາດ.

 ໒,໑໕ ແລະພະເຢໂຫວາພະເຈົ້າໄດ້ເອົາຄົນນັ້ນມາໃຫ້ຢູ່ໃນສວນເອເດນ ເພື່ອຈະໄດ້ທຳການແລະເຝົ້າຮັກສາສວນນັ້ນ. ໒,໑໖ ແລະພະເຢໂຫວາພະເຈົ້າ ໄດ້ສັ່ງແກ່ຄົນນັ້ນວ່າ "ໝາກໄມ້ທຸກຢ່າງໃນສວນນີ້ ເຈົ້າກິນໄດ້. ໒,໑໗ ແຕ່ວ່າ ຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ ເຈົ້າຢ່າຊູກິນ ເຫດວ່າໃນວັນໃດເຈົ້າຫາກກິນແຕ່ໝາກນັ້ນ ເຈົ້າຈະຕາຍໄປເປັນແທ້ "

໒,໑໘ ແລະພະເຢໂຫວາພະເຈົ້າໄດ້ກຼ່າວວ່າ "ຄົນຊາຍນັ້ນຈະຢູ່ຜູ້ດຽວກໍບໍ່ດີ ເຮົາຈະສ້າງຄົນ ໑ ອີກຄືກັນ ໃຫ້ເປັນຜູ້ຊົດຊ່ອຽເພື່ອນ, ໒,໑໙  ແລະພະເຢໂຫວາພະເຈົ້າໄດ້ເອົາດິນປັ້ນ

ສັດທັ້ງປວງທ່ີຢູ່ໃນປ່າ ແລະນົກທັ້ງປວງທ່ີຢູ່ຟ້າອາກາດ ແລະໄດ້ນຳເຊົາຫາຄົນນັ້ນ ເພື່ອຈະເຫັນເລົາຈະເອີ້ນຊື່ເຂົາຢ່າງໃດ ແລະຊື່ໃດທີ່ຄົນນັ້ນໄດ້ເອີ້ນ ສັດທັ້ງປວງທີ່ມີຊິວີດ ຊື່ນັ້ນກໍເປັນຊື່ຂອງສັດນັ້ນ. ໒,໒໐ ແລະຄົນນັ້ນໄດ້ໃຊ່ນາມຊື່ໃຫ້ສັດບ້ານທັ້ງປວງກໍດີ ແລະໃຫ້ຝູງນົກທ່ີຢູ່ໃນຟ້າອາກາດກໍດີ ແລະໃຫ້ສັດທັ້ງປວງທ່ີຢູ່ໃນປ່າກໍດີ ແຕ່ວ່າຝ່າຍທ່ານອາດາມ ທ່ານບໍ່ໄດ້ພົບຜູ້ຊົດຊ່ອຍຄູ່ຄຽງສົມຄວນແກ່ຕົວເອງ. ໒,໒໑ ແລະພະເຢໂຫວາພະເຈົ້າໄດ້ກະທຳ ໃຫ້ຄວາມນອນຫຼັບອັນໜັກຫຼາຍມາເທິງຄົນນັ້ນ ແລະລາວໄດ້ນອນຫຼັບໄປ ແລະ ພະອົງໄດ້ເອົາກະດູກຂ້າງຂອງຄົນນັ້ນອອກເຫຼັ້ມ ໑ ແລະໃຫ້ເນື້ອນັ້ນຫຸ້ມຕິດກັນ ຈອດໄວ້. ໒,໒໒ ແລະກະດູກຂ້າງທ່ີພະເຢໂຫວາພະເຈົ້າໄດ້ເອົາອອກຈາກຄົນນັ້ນ ພະອົງໄດ້ເອົາສ້າງຂຶ້ນ ເປັນຜູ້ຍິງ ແລະຍົກໃຫ້ຜູ້ຊາຍນັ້ນ. ໒,໒໓ ແລະຄົນຊາຍນັ້ນໄດ້ ກຼ່າວວ່າ "ຫານີ້ຜູ້ນີ້ແມ່ນກະດູກມາແຕ່ກະດູກຂອງເຮົາ ແລະເນື້ອໜັງມາແຕ່ເນື້ອໜັງຂອງເຮົາ ຜູ້ນີ້ເປັນທ່ີເອີ້ນຊື່ວ່າ ຜູ້ຍິງ ເພາະວ່າຍິງນີ້ອອກມາແຕ່ຜູ້ຊາຍ". ໒,໒໔ ເຫດສັນນີ້ຜູ້ຊາຍ ຈະລາພໍ່ແມ່ແຫ່ງຕົນ ແລະຈະຕິດພັນຢູ່ກັບເມັຽແຫ່ງຕົນ ແລະເຂົາທັ້ງ ໒ ຈະເປັນເນື້ອໜັງ ອັນດຽວກັນ. ໒,໒໕ ແລະຄົນຊາຍນັ້ນກັບເມັຽແຫ່ງຕົນ ກໍປະເປືອຍຢູ່ທັ້ງ ໒ ແລະບໍ່ມີຄວາມລັກອາຽ.  

 

 

                              

                          Création d'Eve 

 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 1 commentaires

Calendrier

Février 2012
L M M J V S D
    1 2 3 4 5
6 7 8 9 10 11 12
13 14 15 16 17 18 19
20 21 22 23 24 25 26
27 28 29        
<< < > >>

Recherche

Créer un blog gratuit sur over-blog.com - Contact - C.G.U. - Rémunération en droits d'auteur - Signaler un abus