Concours

Recommander

Vendredi 15 décembre 2006 5 15 /12 /Déc /2006 20:15

ໜັງສືເລື່ອງ ຕົ້ນເດິມ

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

໑,໑ ເມື່ອຕົ້ນເດິມ ພະເຈົ້າໄດ້ນິລະມິດສ້າງຟ້າທັ້ງຫຼາຍ ແລະແຜ່ນດິນໂລກ ແລະແຜ່ນດິນໂລກກໍຣ້າງເປົ່າຢູ່ ໑,໒ ແລະມີມືດຄູ້ມຢູ່ເທິງຫວ້າງເປົ່າ ແລະພະວິນຍານ ແຫ່ງພະເຈົ້າໄດ້ເຫວິນຢູ່ເທິງນ້ຳທັ້ງຫຼາຍ.

                   

 

 

 

 

໑,໓ ແລະພະເຈົ້າໄດ້ບອກວ່າ "ໄດ້ແຈ້ງເກິດມາເທິນ" ແລະແຈ້ງໄດ້ເກິດມາ. ໑,໔ ແລະພະເຈົ້າໄດ້ເຫັນວ່າແຈ້ງນັ້ນດີ ແລະພະເຈົ້າໄດ້ໃຫ້ແຈ້ງນັ້ນແຍກຈາກມືດ. ໑,໕ ແລະພະເຈົ້າໄດ້ເອີ້ນແຈ້ງນັ້ນເວັນແລະເອີ້ນມືດນັ້ນວ່າຄືນ ແລະມີເວລາຄຳມີເວລາເຊົ້າ ແມ່ນວັນທ່ີ ໑.

                   

 

 

 

 

 

໑,໖ ແລະພະເຈົ້າໄດ້ບອກວ່າ " ໃຫ້ມີພື້ນອາກາດຫວາງກາງນ້ຳທັ້ງຫຼາຍ ໃຫ້ເປັນທີ່ແຍກນ້ຳອອກຈາກນ້ຳເທິນ". ໑,໗ ແລະພະເຈົ້າໄດ້ສ້າງພື້ນອາກາດ ແລະໄດ້ກະທຳໃຫ້ນ້ຳທ່ີຢູ່ໃຕ້ພື້ນອາກາດ ກັບນ້ຳທີ່ຢູ່ເທິງພື້ນອາກາດນັ້ນແຍກ ຈາກກັນ ແລະກໍໄດ້ເປັນດັ່ງນັ້ນ. ໑,໘ ແລະພະເຈົ້າໄດ້ເອື້ນພື້ນອາກາດນັ້ນວ່າ ຟ້າ ແລະມີເວລາຄຳມີເວລາເຊົ້າ ແມ່ນວັນທີ່ ໒

                   

 

໑,໙ ແລະພະເຈົ້າໄດ້ບອກວ່າ "ໃຫ້ນ້ຳທັ້ງຫຼາຍທ່ີຢູ່ໃຕ້ຟ້າໂຣມມາຢູ່ໃນບ່ອນ ດຽວກັນ ແລະໃຫ້ດີນແຫ້ງປາກົດມາເທິນ" . ແລະກໍໄດ້ເປັນດັ່ງນັ້ນ. ໑,໑໐ ແລະພະເຈົ້າໄດ້ເອີ້ນດິນແຫ້ງນັ້ນວ່າ ແຜ່ນດິນ ແລະນ້ຳທັ້ງຫລາຍທ່ີໂຣມກັນນັ້ນ ພະອົງໄດ້ເອີ້ນວ່ານ້ຳທະເລແລະພະເຈົ້າໄດ້ເຫັນວ່າສິ່ງນັ້ນດີ . ໑,໑໑ ແລະພະເຈົ້າ ໄດ້ບອກວ່າ "ໃຫ້ແຜ່ນດິນນັ້ນເກິດຕົ້ນຫ້ຽາ ຕົ້ນຜັກທ່ີມີແນວປູກແລະຜົນລະໄມ້ທີ່ ເກິດໝາກຕາມເຊື້ອຊາດຂອງຕົນທ່ີມີແນວປູກໃນໝາກເທິງແຜ່ນດີນ" ແລະກໍໄດ້ ເປັນດັ່ງນັ້ນ . ໑,໑໒ ແລະແຜ່ນດິນໄດ້ເກິດຕົ້ນຫ້ຽາ ຕົ້ນຜັກທ່ີມີແນວປູກຕາມ ເຊື້ອຊາດຂອງຕົນ ແລະຜົນລະໄມ້ທ່ີເກິດໝາກທ່ີມີແນວປູກໃນໝາກຕາມເຊື້ອຊາດ ຂອງຕົນ ແລະພະເຈົ້າໄດ້ເຫັນວ່າສີ່ງນັ້ນດີ. ແລະມີເວລາຄຳ ແລະມີເວລາເຊົ້າ ແມ່ນວັນທີ່ ໓ .                

 

 

 

 

 

໑,໑໔ ແລະພະເຈົ້າໄດ້ບອກວ່າ "ໃຫ້ມີດວງແຈ້ງຕ່າງ ໆ ໃນທ້ອງຟ້າ ເປັນທ່ີໃຫ້ວັນແຍກຈາກຄືນ ແລະໃຫ້ດວງແຈ້ງນັ້ນເປັນສຳຄັນ ທີ່ໝາຍ ລະດູທັງຫຼາຍກໍດີ ວັນທັ້ງຫຼາຍກໍດີ ປີທັ້ງຫຼາຍກໍດີ. ໑,໑໕ ແລະໃຫ້ເປັນເຄື່ອງແຈ້ງໃນທ້ອງຟ້າເພື່ອໃຫ້ສ່ອງແຈ້ງແຜ່ນດິນ ແລະກໍໄດ້ເປັນດັ່ງນັ້ນ. ໑,໑໖ ແລະພະເຈົ້າໄດ້ສ້າງດວງແຈ້ງໃຫ້ໄວ້ ໒ ດວງ ດວງອັນໃຫຍ່ໃຫ້ຄູ້ມຄອງກາງເວັນ ແລະດວງອັນນ້ອຍໃຫ້ຄູ້ມຄອງກາງຄືນ ແລະ ດວງດາວທັ້ງຫຼາຍດ້ວຍ .                    

 

 

 

 

 

 

໑,໑໗ ແລະດວງແຈ້ງນັ້ນ ພະເຈົ້າໄດ້ຕັ້ງໄວ້ທ້ອງຟ້າ ເພື່ອຈະໃຫ້ສອງແຈ້ງ ແຜ່ນດິນ. ໑,໑໘ ແລະເພື່ອຈະຄູ້ມຄອງກາງເວັນແບະກາງຄືນ ແລະໃຫ້ແຈ້ງ ແຍກອອກຈາກມືດ ແລະພະເຈົ້າໄດ້ເຫັນວ່າສິ່ງນັ້ນດີ. ໑,໑໙ ແລະມີເວລາຄຳ ແລະມີເວລາເຊົ້າ ແມ່ນວັນທ່ີ ໔.

໑,໒໐ ແລະພະເຈົ້າໄດ້ບອກວ່າ "ໃຫ້ມີຝູງສັດຕ່າງ ໆ ທ່ີມີຊີວິດຕີງເປັນເກິດຂຶ້ນ ໃນນ້ຳທັ້ງຫຼາຍເປັນອັນມາກບໍຣິບູນ ແລະໃຫ້ມີນົກຕ່າງ ໆ ບິນໄປເທິງແຜ່ນດິນ ຕໍ່ໜ້າທ້ອງຟ້າເທິນ" .

໑,໒໑ ແລະພະເຈົ້າໄດ້ນິລະມິດສ້າງສັດໃຫຍ່ຕ່າງ ໆ ຢູ່ໃນນ້ຳທະເລ ແລະສັດທ່ີ ມີຊີວິດຕີງເປັນທຸກຕົວ ທ່ີມີຢູ່ໃນນ້ຳທັ້ງຫຼາຍ ເຕັມບໍຣິບູນ ຕາມເຊື້ອຊາດຂອງເຂົາ ທຸກຢ່າງ ແລະນົກທ່ີມີປີກທຸກຕົວຕາມເຊື້ອຊາດຂອງເຂົາ ແລະພະເຈົ້າໄດ້ເຫັນວ່າ ສີ່ງນັ້ນດີ ໑,໒໒ ແລະພະເຈົ້າໄດ້ອວຍພອນໃຫ້ສັດທັ້ງຫຼາຍນັ້ນວ່າ : "ຈົງພາກັນອອກແມ່ແຜ່ລູກເກິດມາກທະວີຂຶ້ນໃຫ້ນ້ຳທະເລທັ້ງຫຼາຍເຕັມໄປດ້ວຍ ສັດນັ້ນ ແລະໃຫ້ມີຝູງນົກມາກທະວີຂື້ນເທິງແຜ່ນດິນເທິນ" . ໑,໒໓ ແລະມີເວລາຄຳ ແລະມີເວລາເຊົ້າ ແມ່ນວັນທີ່ ໕.

 

                   

໑,໒໔ ແລະພະເຈົ້າໄດ້ບອກວ່າ " ໃຫ້ແຜ່ນດິນເກິດສັດຕ່າງ ໆ ທ່ີມີຊີວິດຢູ່ຕາມ ເຊື້ອຊາດຂອງເຂົາ ສັດໃຊ້ກໍດີ ແລະສັດເລືອຄານກໍດີ ແລະສັດປ່າຕ່າງ ໆ ກໍດີ ຕາມເຊື້ອຊາດຂອງເຂົາ ແລະກໍໄດ້ເປັນດັ່ງນັ້ນ. ໑,໒໕ ແລະພະເຈົ້າໄດ້ສ້າງສັດປ່າຕ່າງ ໆ ຕາມເຊື້ອຊາດຂອງເຂົາ ແລະສັດໃຊ້ຕ່າງ ໆ ຕາມເຊື້ອຊາດຂອງເຂົາ ແລະສັດທ່ີເລືອຄານເທິງດິນທຸກຕົວ ຕາມເຊື້ອຊາດຂອງ ເຂົາແລະພະເຈົ້າໄດ້ເຫັນວ່າສີ່ງນັ້ນດີ.

                   

໑,໑໖ ແລະພະເຈົ້າໄດ້ບອກວ່າ "ພວກເຮົາ ຈົງສ້າງມະນຸດຕາມຮູບຂອງເຮົາ ຕາມແບບຢ່າງຂອງເຮົາເທິນ ແລະໃຫ້ມະນຸດນັ້ນ ຄຸ້ມຄອງຝູງປາໃນນ້ຳທະເລກໍດີ ແລະຝູງນົກໃນຟ້າອາກາດກໍດີ ແລະຝູງສັດໃຊ້ກໍດີ ແລະແຜ່ນດິນໂລກທັ້ງສິ້ນກໍດີ ແລະສັດເລືອຄານທຸກຕົວທີ່ເລືອຄານເທິງດິນກໍດີ"

໑,໑໗ ແລະພະເຈົ້າໄດ້ນິຣະມິດສ້າງມະນຸດຕາມຮູບຂອງພະອົງເອງ ພະອົງໄດ້ນິຣະມິດສ້າງມະນຸດ ຕາມຮູບຂອງພະເຈົ້າ ພະອົງໄດ້ນິຣະມິດສ້າງ ທັ້ງຊາຍທັ້ງຍິງ.

໑,໒໘ ແລະພະເຈົ້າໄດ້ອວຍພອນໃຫ້ມະນຸດນັ້ນ ແລະພະເຈົ້າໄດ້ບອກເຂົາວ່າ "ຈົງພາກັນອອກແມ່ແຜ່ລູກເກິດມາກທະວີຂຶ້ນໃຫ້ແຜ່ນດິນເຕັມ ແລະຈົງບັງຄັບ ແຜ່ນດິນໂລກ ແລະຈົງຄູ້ມຄອງຝູງປາໃນນ້ຳທະເລກໍດີ ຝູງນົກໃນຟ້າອາກາດກໍດີ ແລະສັດທັ້ງປວງອັນມີຊິວີດທ່ີຕີງໄປມາເທິງແຜ່ນດິນກໍດີ" .

 

 

 

໑,໒໙ ແລະພະເຈົ້າໄດ້ບອກວ່າ "ດັ່ງນີ້ເຮົາໄດ້ປະທານຕົ້ນຜັກທັ້ງປວງທ່ີເກິດແນວປູກ ທ່ີມີຢູ່ເທິງພື້ນແຜ່ນດິທົ່ວໄປກໍດີ ແລະຕົ້ນໄມ້ທັ້ງປວງທ່ີເກິດໝາກມີແນວປູກກໍດີ ໃຫ້ແກ່ເຈົ້າ ໃຫ້ເປັນອາຫານຂອງເຈົ້າ ໑,໓໐  ແລະສັດທຸກຕົວທ່ີແຜ່ນດິນກໍດີ ແລະນົກທຸກຕົວທ່ີຟ້າອາກາດກໍດີ ແລະສັດທັ້ງປວງທ່ີເລືອຄານເທິງແຜ່ນດິນ ທ່ີມີຊີວິດຈິດໃຈໃນຕົວກໍດີ ເຮົາໄດ້ເອົາຕົ້ນຫ້ຽາຂຽວທັ້ງປວງ ໃຫ້ເປັນອາຫານຂອງສັດທັ້ງຫຼາຍນັ້ນ" ແລະກໍໄດ້ເປັນດັ່ງນັ້ນ. ໑,໓໑ ແລະພະເຈົ້າໄດ້ເຫັນສີ່ງທັ້ງປວງທ່ີພະອົງໄດ້ສ້າງໃວ້ນັ້ນແລະດັ່ງນີ້ສີ່ງນັ້ນ ກໍວິເສດດີແທ້ ໆ ແລະມີເວລາຄຳແລະມີເວລາເຊົ້າ ແມ່ນວັນທ່ີ ໖.

                     *************

 

 

 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires

Calendrier

Mai 2012
L M M J V S D
  1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31      
<< < > >>

Recherche

Créer un blog gratuit sur over-blog.com - Contact - C.G.U. - Rémunération en droits d'auteur - Signaler un abus