Concours

Recommander

Lundi 18 décembre 2006 1 18 /12 /Déc /2006 18:37

໒,໑ ແລະຟ້າທັ້ງຫຼາຍ ແລະແຜ່ນດິນໂລກກັບສັບປະທຸກສີ່ງທ່ີມີຢູ່ໃນທ່ີນັ້ນ ກໍສຳເຮັດເສັດແລ້ວ . ໒,໒ ແລະກິດຈະການທ່ີພະເຈົ້າໄດ້ສ້າງໃວ້ນັ້ນ ພະອົງໃຫ້ສຳເຮັດເສັດແລ້ວ ໆ ໃນວັນທີ່ ໗ ແລະໃນວັນທ່ີ ໗ ນັ້ນ ພະອົງໄດ້ພັກເຊົາຈາກກິດຈະການທັ້ງສິ້ນ ທ່ີພະອົງໄດ້ສ້າງໃວ້ນັ້ນ. ໒,໓ ແລະພະເຈົ້າ ໄດ້ອວຍພອນໃຫ້ແກ່ວັນທີ່ ໗ ນັ້ນ ແລະຕັ້ງໃວ້ເປັນວັນສິນ ເພາະວ່າໃນວັນນັ້ນ ພະອົງໄດ້ພັກເຊົາຈາກກິດຈະການທັ້ງສິ້ນ ທ່ີພະອົງໄດ້ນິຣະມິດ ດ້ວຍສ້າງຂຶ້ນໃວ້ນັ້ນ.

 

                            

 

 

 

 

 

 

 ໒,໔ ເລື່ອງຕົ້ນເດິມຟ້າທັ້ງຫຼາຍແລະແຜ່ນດິນໂລກ ເມື່ອເປັນທີ່ນິຣະມິດສ້າງໃວ່ແລ້ວກໍເປັນດັ່ງນີ້ ໒,໕ ໃນວັນທ່ີພະເຢໂຫວາພະເຈົ້າໄດ້ສ້າງແຜ່ນດິນໂລກ ແລະຟ້າທັ້ງຫຼາຍນັ້ນ ຕົ້ນໄມ້ໃນປ່າທ່ີແພ່ນດິນຍັງບໍ່ມີສັກກົກ ແລະຕົ້ນຫຍ້າໃນປ່າກໍຍັງບໍ່ງອກຂຶ້ນ ສັກກົກ ເພາະວ່າພະເຢໂຫວາພະເຈົ້າຍັງບໍ່ໄດ້ກະທຳໃຫ້ຝົນຕົກໃຊ່ແຜ່ນດິນ ແລະຄົນທ່ີຈະຂຸດດິນກໍຍັງບໍ່ມີ. ແຕ່ວ່າອາຍນ້ຳໄດ້ຂຶ້ນມາຈາກດິນ ແລະໄດ້ໃຫ້ພື້ນດິນຊູ່ມທົ່ວໄປ. ໒,໖ ແລະພະເຢໂຫວາພະເຈົ້າໃດ້ເອົາຂື້ຝຸ່ນດິນ ມາປັ້ນຕົວຄົນ ໒,໗ ແລະພະອົງໄດ້ເປົ່າລົມຫັນໃຈຊີວິດໃສ່ຮູດັງຄົນນັ້ນ ແລະຄົນໄດ້ບັງເກິດເປັນຈິດວິນຍານມີຊີວິດຢູ່.

                             

໒,໘ ແລະພະເຢໂຫວາພະເຈົ້າໄດ້ປູກຝັງສວນ ໑ ໃວ່ ຢູ່ໃນບ່ອນຊື່ ເອເດນ ທັ້ງທິດບົວລະພາ ແລະຄົນທ່ີພະອົງໄດ້ປັ້ນນັ້ນ ພະອົງໄດ້ເອົາມາຕັ້ງຢູ່ໃນສວນນັ້ນ. ໒,໙ ແລະຜົນລະໄມ້ທຸກຢ່າງທ່ີຊອບຕາ ແລະໃຊ່ເປັນອາຫານກິນ ພະເຢໂຫວາພະເຈົ້າໄດ້ກະທຳໃຫ້ງອກປົງຂຶ້ນຈາກດິນ ແລະມີຕົ້ນໄມ້ຊີວິດຢູ່ໃນ ກາງສວນນັ້ນ ແລະຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ. ໒,໑໐ ແລະມີແມ່ນ້ຳແມ່ ໑ ອອກຈາກເອເດນ ໃຫ້ມາຮົດສວນນັ້ນ ແລະຕັ້ງແຕ່ບ່ອນນັ້ນ ແມ່ນ້ຳນັ້ນແຍກອອກເປັນ ໔ ແງ່. ໒,໑໑ ແງ່ທ່ີ ໑ ຊື່ວ່າ ປີໂຊນ ເປັນນ້ຳແງ່ນີ້ທ່ີໄຫຼ ອອມທົ່ວປະເທດຫາວີລາ ໒,໑໒ ທ່ີນັ້ນມີຄຳ ແລະຄຳແຕ່ປະເທດນີ້ເປັນຄຳຢ່າງດີ ແລະທ່ີນັ້ນມີຢາງໄມ້ບະເດສອມ ແລະມີຫິນແກ້ວປະເສິດໂມຮາ. ໒,໑໓ ແມ່ນ້ຳທ່ີ ໒ ນັ້ນ ຊື່ວ່າ ກີໂຫນ ເປັນນ້ຳນັ້ນທ່ີໄຫຼອອມທົ່ວປະເທດກຶເຊ. ໒,໑໔ ແລະແມ່ນ້ຳທ່ີ ໓ ຊື່ວ່າ ຫິດເດເກນເປັນນ້ຳນັ້ນທ່ີໃຫ້ຕ່ໍໜ້າເມືອງອາຊີລີ ແລະແມ່ນ້ຳທ່ີ ໔ ຊື່ວ່າ ເອິຟາລາດ.

 ໒,໑໕ ແລະພະເຢໂຫວາພະເຈົ້າໄດ້ເອົາຄົນນັ້ນມາໃຫ້ຢູ່ໃນສວນເອເດນ ເພື່ອຈະໄດ້ທຳການແລະເຝົ້າຮັກສາສວນນັ້ນ. ໒,໑໖ ແລະພະເຢໂຫວາພະເຈົ້າ ໄດ້ສັ່ງແກ່ຄົນນັ້ນວ່າ "ໝາກໄມ້ທຸກຢ່າງໃນສວນນີ້ ເຈົ້າກິນໄດ້. ໒,໑໗ ແຕ່ວ່າ ຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ ເຈົ້າຢ່າຊູກິນ ເຫດວ່າໃນວັນໃດເຈົ້າຫາກກິນແຕ່ໝາກນັ້ນ ເຈົ້າຈະຕາຍໄປເປັນແທ້ "

໒,໑໘ ແລະພະເຢໂຫວາພະເຈົ້າໄດ້ກຼ່າວວ່າ "ຄົນຊາຍນັ້ນຈະຢູ່ຜູ້ດຽວກໍບໍ່ດີ ເຮົາຈະສ້າງຄົນ ໑ ອີກຄືກັນ ໃຫ້ເປັນຜູ້ຊົດຊ່ອຽເພື່ອນ, ໒,໑໙  ແລະພະເຢໂຫວາພະເຈົ້າໄດ້ເອົາດິນປັ້ນ

ສັດທັ້ງປວງທ່ີຢູ່ໃນປ່າ ແລະນົກທັ້ງປວງທ່ີຢູ່ຟ້າອາກາດ ແລະໄດ້ນຳເຊົາຫາຄົນນັ້ນ ເພື່ອຈະເຫັນເລົາຈະເອີ້ນຊື່ເຂົາຢ່າງໃດ ແລະຊື່ໃດທີ່ຄົນນັ້ນໄດ້ເອີ້ນ ສັດທັ້ງປວງທີ່ມີຊິວີດ ຊື່ນັ້ນກໍເປັນຊື່ຂອງສັດນັ້ນ. ໒,໒໐ ແລະຄົນນັ້ນໄດ້ໃຊ່ນາມຊື່ໃຫ້ສັດບ້ານທັ້ງປວງກໍດີ ແລະໃຫ້ຝູງນົກທ່ີຢູ່ໃນຟ້າອາກາດກໍດີ ແລະໃຫ້ສັດທັ້ງປວງທ່ີຢູ່ໃນປ່າກໍດີ ແຕ່ວ່າຝ່າຍທ່ານອາດາມ ທ່ານບໍ່ໄດ້ພົບຜູ້ຊົດຊ່ອຍຄູ່ຄຽງສົມຄວນແກ່ຕົວເອງ. ໒,໒໑ ແລະພະເຢໂຫວາພະເຈົ້າໄດ້ກະທຳ ໃຫ້ຄວາມນອນຫຼັບອັນໜັກຫຼາຍມາເທິງຄົນນັ້ນ ແລະລາວໄດ້ນອນຫຼັບໄປ ແລະ ພະອົງໄດ້ເອົາກະດູກຂ້າງຂອງຄົນນັ້ນອອກເຫຼັ້ມ ໑ ແລະໃຫ້ເນື້ອນັ້ນຫຸ້ມຕິດກັນ ຈອດໄວ້. ໒,໒໒ ແລະກະດູກຂ້າງທ່ີພະເຢໂຫວາພະເຈົ້າໄດ້ເອົາອອກຈາກຄົນນັ້ນ ພະອົງໄດ້ເອົາສ້າງຂຶ້ນ ເປັນຜູ້ຍິງ ແລະຍົກໃຫ້ຜູ້ຊາຍນັ້ນ. ໒,໒໓ ແລະຄົນຊາຍນັ້ນໄດ້ ກຼ່າວວ່າ "ຫານີ້ຜູ້ນີ້ແມ່ນກະດູກມາແຕ່ກະດູກຂອງເຮົາ ແລະເນື້ອໜັງມາແຕ່ເນື້ອໜັງຂອງເຮົາ ຜູ້ນີ້ເປັນທ່ີເອີ້ນຊື່ວ່າ ຜູ້ຍິງ ເພາະວ່າຍິງນີ້ອອກມາແຕ່ຜູ້ຊາຍ". ໒,໒໔ ເຫດສັນນີ້ຜູ້ຊາຍ ຈະລາພໍ່ແມ່ແຫ່ງຕົນ ແລະຈະຕິດພັນຢູ່ກັບເມັຽແຫ່ງຕົນ ແລະເຂົາທັ້ງ ໒ ຈະເປັນເນື້ອໜັງ ອັນດຽວກັນ. ໒,໒໕ ແລະຄົນຊາຍນັ້ນກັບເມັຽແຫ່ງຕົນ ກໍປະເປືອຍຢູ່ທັ້ງ ໒ ແລະບໍ່ມີຄວາມລັກອາຽ.  

 

 

                              

                          Création d'Eve 

 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 1 commentaires
Retour à l'accueil

Commentaires

je ne comprends pas ce qui est écrit
Commentaire n°1 posté par paul jadin le 20/04/2008 à 11h12

Calendrier

Mai 2012
L M M J V S D
  1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31      
<< < > >>

Recherche

Créer un blog gratuit sur over-blog.com - Contact - C.G.U. - Rémunération en droits d'auteur - Signaler un abus