Partager l'article ! gen 3, 1-24: ໓, ໑ ອັນນຶ່ງງູເປັນສັດສ& ...
໓, ໑ ອັນນຶ່ງງູເປັນສັດສຼາດກວ່າສັດທັ້ງປວງ ທີ່ຢູ່ໃນປ່າ ທ່ີພະເຢໂຫວາພະເຈົ້າ ໄດ້ສ້າງໄວ້ນັ້ນ ແລະງູໄດ້ຖາມຜູ້ຍິງວ່າ "ຈິງຫຼືພະເຈົ້າໄດ້ບອກຫ້າມວ່າພວກເຈົ້າ ຢ່າຊຸກິນໝາກໄມ້ທຸກຢ່າງໃນສວນນີ້ຫຼື". ໓,໒ ແລະຜູ້ຍິງໄດ້ຕອບງູວ່າ "ໝາກໄມ້ທັ້ງ ປວງທ່ີຢູ່ໃນສວນນີ້ ພວກເຮົາພາກັນກິນໄດ້
໓,໓ ແຕ່ວ່າໝາກຜົນລະໄມ້ນັ້ນທ່ີຢູ່ກາງສວນພະເຈົ້າໄດ້ຫ້າມວ່າ ¨ ຢ່າກິນແລະຢ່າບາຽ ຢ້ານວ່າພວກເຈົ້າຕາຍໄປ ¨ ". ໓,໔ ແລະງູໄດ້ກຼ່າວແກ່ຜູ້ຍິງວ່າ "ພວກເຈົ້າຈະບໍ່ຕາຍດອກ. ໓,໕ ເພາະວ່າພະເຈົ້າຮູ້ຢູ່ວ່າ ພວກເຈົ້າຫາກກິນໝາກໄມ້ນັ້ນໃນວັນໃດ ຕາຂອງພວກເຈົ້າ
ຈະມືນແຈ້ງຂຶ້ນໃນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພະເຈົ້າ ຮູ້ຈັກການດີແລະການຊົ່ວ".
໓,໖ ແລະຜູ້ຍິງໄດ້ເຫັນວ່າຕົ້ນໄມ້ນັ້ນເປັນທ່ີກິນແຊບ ແລະຊອບຕາ ແລະເປັນຕົ້ນໄມ້ ທ່ີຕ້ອງການຢາກໄດ້ໃຫ້ມີປັນຍາຂຶ້ນແລະລາວໄດ້ປິດເອົາແຕ່ໝາກໄມ້ນັ້ນ ແລະໄດ້ກິນ ແລະໄດ້້ຍື່ນໃຫ້ຜົວທ່ີຢູ່ດ້ວຍກັນ ແລະຜົວໄດ້ຮັບກິນດ້ວຍ. ໓,໗ ແລະຕາຂອງເຊົາທັ້ງ ໒ ໄດ້ມືນແຈ້ງຂຶ້ນ ແລະເຂົາຮູ້ຈັກວ່າຕົວເປັນປະເປືອຍຢູ່ ແລະເຂົາໄດ້ພາກັນເອົາໃບກົກເດື່ອເທດ ມາຫຍິບໃຊ່ກັນເປັນເຄື່ອງນຸ່ງ.
໓,໘ ແລະເຂົາທັ້ງ ໒ ໄດ້ຍິນສຽງປາກຂອງພະເຢໂຫວາພະເຈົ້າທ່ີທຽວມາໃນສວນເວລາຄຳວັນນັ້ນ ແລະຄົນຊາຍນັ້ນກັບເມັຽໄດ້ພາກັນໄປລິ້ຕົວຢູ່ໃນກາງຕົ້ນໄມ້ໃນສວນນັ້ນ ໃຫ້ພົ້ນຈາກໜ້າພະເຢໂຫວາພະເຈົ້າ. ໓, ໙ ແລະພະເຢໂຫວາພະເຈົ້າໄດ້ຮ້ອງຄົນຊາຍນັ້ນ
ແລະໄດ້ຖາມວ່າ "ເຈົ້າຢູ່ທ່ີໃດ" ໓,໑໐ ແລະລາວໄດ້ກຼາບຫຼອງວ່າ "ຂ້ານ້ອຍໄດ້ຍິນ
ສຽງປາກຂອງພະອົງໃນສວນ ແລະຂ້ານ້ອຍໄດ້ຢານຍ້ອນຕົວປະເປືອຍຢູ່ ແລະຂ້ານ້ອຍໄດ້ໄປລີ້ຕົວເສັຽ" ໓,໑໑ ແລະພະອົງໄດ້ຖາມວ່າ "ໃຜບອກເຈົ້າວ່າຕົວປະເປືອຍຢູ່ ໝາກໄມ້ທ່ີເຮົາໄດ້ຫ້າມບໍ່ໃຫ້ກິນ ເຈົ້າໄດ້ກິນຫຼື ". ໓,໑໒ ແລະຄົນຊາຍໄດ້ຕອບວ່າ "ຜູ້ຍິງທ່ີພະອົງໄດ້ປະທານໃຫ້ຢູ່ກັບຂ້ານ້ອຍນັ້ນ ກໍໄດ້ເອົາແຕ່ໝາກໄມ້ນັ້ນຍື່ນໃຫ້ຂ້ານ້ອຍ ແລະຂ້ານ້ອຍໄດ້ກິນ" ໓,໑໓ ແລະພະເຢໂຫວາພະເຈົ້າໄດ້ກຼ່າວແກ່ຍິງວ່າ "ເຈົ້າໄດ້ກະທຳສີ່ງໃດ " ແລະຜູ້ຍິງໄດ້ຕອບວ່າ "ງູໄດ້ລໍ້ລວງຂ້ານ້ອຍ ແລະຂ້ານ້ອຍໄດ້ກິນໝາກນັ້ນ" . ໓,໑໔ ແລະພະເຢໂຫວາພະເຈົ້າໄດ້ກຼ່າວແກ່ງູວ່າ "ເພາະເຫດເຈົ້າໄດ້ກະທຳການນັ້ນ ເຈົ້າເປັນ
ທ່ີດ່າໃນທ່ຳກາງສັດບ້ານແລະສັດປ່າທັ້ງປວງ ເຈົ້າຈະລອຽໄປດ້ວຍທ້ອງຂອງເຈົ້າ ແລະຈະກິນຂີ້ຝຸ່ນດິນທຸກວັນຈົນສິ້ນຊິວີດ ໓,໑໕ ແລະເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ່ຍິງເປັນສັດຕູກັນ ເຊື້ອສາຍຂອງຜູ້ຍິງ ຈະຢຽບຫົວເຈົ້າໃຫ້ແຕກ ແລະເຈົ້າຈະທຳໃຫ້ສົ້ນຕີນເພື່ອນບວມຊຳໄປ"
໓, ໑໖ ພະອົງໄດ້ກຼ່າວແກ່ຜູ້ຍິງວ່າ "ເຮົາຈະກະທຳໃຫ້ຄວາມເຈັບແລະທົງຄັບຂອງ ເຈົ້າຂຶ້ນມາກຫຼາຍເມື່ອປະສູດລູກຈະມີຄວາມທຸກລຳບາກຫຼາຍ ແລະຄວາມຢາກໄດ້ຂອງເຈົ້າ
ຈະຫາສູຜົວຂອງເຈົ້າ ແລະຜົວຈະຄູ້ມຄອງຕົວເຈົ້າ". ໓, ໑໗ ແລະພະອົງໄດ້ກຼ່າວແກ່ທ່ານອາດາມ
ວ່າ " ເພາະເຫດເຈົ້າໄດ້ເຊື່ອຟັງຄວາມເມັຽຂອງເຈົ້າ ແລະໄດ້ກິນໝາກໄມ້ທ່ີເຮົາໄດ້ຫ້າມວ່າ
¨ຢ່າຊູກິນ¨ ດິນເປັນທ່ີດ່າຍ້ອນຕົວເຈົ້າ ເຈົ້າຈະຫາກິນທ່ີດິນນັ້ນດ້ວຍຄວາມທຸກຍາກ ທຸກວັນຈົນສິ້ນຊີວິດ. ໓,໑໘ ດິນນັ້ນຈະງອກຕົ້ນໄມ້ທ່ີມີໜາມ ແລະຫຍ້າມີໜາມຮົກຕໍ່ເຈົ້າ ແລະເຈົ້າຈະກິນຜັກຫຍ້າທ່ີຢູ່ປ່າ. ໓, ໑໙ ເຈົ້າຈະຫາກິນດ້ວຍເຫື່ອໄຫຼຊຸ່ມໜ້າ ຈົນເຖິງເຈົ້າຈະຫຼົບໄປໃນດິນອີກ. ເພາະວ່າເຈົ້າໄດ້ອອກມາຈາກດິນ ເພື່ອເຈົ້າເປັນຂີ້ຝູນ ແລະເຈົາຈະຫຼົບໄປໃນຂີ້ຝູນອີກ".
໓, ໒໐ ແລະທ່ານໄດ້ເອີ້ນຊື່ເມັຽແຫ່ງຕົນວ່າ "ນາງເອວາ" ເຫດວ່ານາງເປັນແມ່ ຂອງຄົນທັ້ງປວງທ່ີມີຊີວິດຢູ່. ໓, ໒໑ ແລະພະເຢໂຫວາພະເຈົ້າໄດ້ເອົາໜັງສັດສ້າງເສື້ອຜ້າ ໃຫ້ທ່ານອາດາມກັບເມັຽນຸ່ງຫົ່ມຕົວ. ໓, ໒໒ ແລະພະເຢໂຫວາ ພະເຈົ້າໄດ້ກຼ່າວວ່າ " ດັ່ງນີ້ມະນຸດໄດ້ກາຽເປັນເໝືອນດ່ັງຜູ້ ໑ ໃນໝວດເຮົາ ຈະໄດ້ຮູ້ຈັກການດີແລະຊົ່ວ ແລະບັດນີ້ຢານວ່າລາວຈະຍື່ນມືຈັບເອົາໝາກຂອງ ຕົ້ນໄມ້ຊີວິດມາກິນ ແລະໃຫ້ອາຍຸລາວ
ຍືນຍາວເປັນນິດ" ໓, ໒໓ ແລະພະເຢໂຫວາພະເຈົ້າໄດ້ຂັບໄລ່ມະນຸດອອກຈາກສວນເອເດນ ໃຫ້ໄປໄຖດິນທີ່ໄດ້ເອົາອອກມາເປັນມະນຸດນັ້ນ. ພະອົງໄດ້ຂັບໄລ່ຄົນໃຫ້ໜີເສັຽ. ແລະທັ້ງທິດບົວຣະພາແຕ່ສວນເອເດນ ໓,໒໔ ພະອົງໄດ້ຕັ້ງນາຍທຸດສວັນ ທັ້ງຫຼາຍ ທີ່ຖືດາບອັນເປັນແປວໄຟອັນແກວ່ງໄປແກວ່ງມາ ເພື່ອຈະໄດ້ເຝົ້າຮັກສາທາງໄປ
ຫາຕົ້ນໄມ້ຊີວິດນັ້ນ.
| Mai 2012 | ||||||||||
| L | M | M | J | V | S | D | ||||
| 1 | 2 | 3 | 4 | 5 | 6 | |||||
| 7 | 8 | 9 | 10 | 11 | 12 | 13 | ||||
| 14 | 15 | 16 | 17 | 18 | 19 | 20 | ||||
| 21 | 22 | 23 | 24 | 25 | 26 | 27 | ||||
| 28 | 29 | 30 | 31 | |||||||
|
||||||||||