Concours

Recommander

Vendredi 29 décembre 2006 5 29 /12 /Déc /2006 18:58

໓, ໑ ອັນນຶ່ງງູເປັນສັດສຼາດກວ່າສັດທັ້ງປວງ ທີ່ຢູ່ໃນປ່າ ທ່ີພະເຢໂຫວາພະເຈົ້າ ໄດ້ສ້າງໄວ້ນັ້ນ ແລະງູໄດ້ຖາມຜູ້ຍິງວ່າ "ຈິງຫຼືພະເຈົ້າໄດ້ບອກຫ້າມວ່າພວກເຈົ້າ ຢ່າຊຸກິນໝາກໄມ້ທຸກຢ່າງໃນສວນນີ້ຫຼື". ໓,໒  ແລະຜູ້ຍິງໄດ້ຕອບງູວ່າ "ໝາກໄມ້ທັ້ງ ປວງທ່ີຢູ່ໃນສວນນີ້ ພວກເຮົາພາກັນກິນໄດ້

໓,໓ ແຕ່ວ່າໝາກຜົນລະໄມ້ນັ້ນທ່ີຢູ່ກາງສວນພະເຈົ້າໄດ້ຫ້າມວ່າ ¨ ຢ່າກິນແລະຢ່າບາຽ ຢ້ານວ່າພວກເຈົ້າຕາຍໄປ ¨ ". ໓,໔ ແລະງູໄດ້ກຼ່າວແກ່ຜູ້ຍິງວ່າ "ພວກເຈົ້າຈະບໍ່ຕາຍດອກ. ໓,໕ ເພາະວ່າພະເຈົ້າຮູ້ຢູ່ວ່າ ພວກເຈົ້າຫາກກິນໝາກໄມ້ນັ້ນໃນວັນໃດ ຕາຂອງພວກເຈົ້າ

ຈະມືນແຈ້ງຂຶ້ນໃນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພະເຈົ້າ ຮູ້ຈັກການດີແລະການຊົ່ວ".  

໓,໖ ແລະຜູ້ຍິງໄດ້ເຫັນວ່າຕົ້ນໄມ້ນັ້ນເປັນທ່ີກິນແຊບ ແລະຊອບຕາ ແລະເປັນຕົ້ນໄມ້ ທ່ີຕ້ອງການຢາກໄດ້ໃຫ້ມີປັນຍາຂຶ້ນແລະລາວໄດ້ປິດເອົາແຕ່ໝາກໄມ້ນັ້ນ ແລະໄດ້ກິນ ແລະໄດ້້ຍື່ນໃຫ້ຜົວທ່ີຢູ່ດ້ວຍກັນ ແລະຜົວໄດ້ຮັບກິນດ້ວຍ. ໓,໗ ແລະຕາຂອງເຊົາທັ້ງ ໒ ໄດ້ມືນແຈ້ງຂຶ້ນ ແລະເຂົາຮູ້ຈັກວ່າຕົວເປັນປະເປືອຍຢູ່ ແລະເຂົາໄດ້ພາກັນເອົາໃບກົກເດື່ອເທດ ມາຫຍິບໃຊ່ກັນເປັນເຄື່ອງນຸ່ງ.

                               

໓,໘ ແລະເຂົາທັ້ງ ໒ ໄດ້ຍິນສຽງປາກຂອງພະເຢໂຫວາພະເຈົ້າທ່ີທຽວມາໃນສວນເວລາຄຳວັນນັ້ນ ແລະຄົນຊາຍນັ້ນກັບເມັຽໄດ້ພາກັນໄປລິ້ຕົວຢູ່ໃນກາງຕົ້ນໄມ້ໃນສວນນັ້ນ ໃຫ້ພົ້ນຈາກໜ້າພະເຢໂຫວາພະເຈົ້າ. ໓, ໙ ແລະພະເຢໂຫວາພະເຈົ້າໄດ້ຮ້ອງຄົນຊາຍນັ້ນ

ແລະໄດ້ຖາມວ່າ "ເຈົ້າຢູ່ທ່ີໃດ" ໓,໑໐ ແລະລາວໄດ້ກຼາບຫຼອງວ່າ "ຂ້ານ້ອຍໄດ້ຍິນ

ສຽງປາກຂອງພະອົງໃນສວນ ແລະຂ້ານ້ອຍໄດ້ຢານຍ້ອນຕົວປະເປືອຍຢູ່ ແລະຂ້ານ້ອຍໄດ້ໄປລີ້ຕົວເສັຽ" ໓,໑໑ ແລະພະອົງໄດ້ຖາມວ່າ "ໃຜບອກເຈົ້າວ່າຕົວປະເປືອຍຢູ່ ໝາກໄມ້ທ່ີເຮົາໄດ້ຫ້າມບໍ່ໃຫ້ກິນ ເຈົ້າໄດ້ກິນຫຼື ". ໓,໑໒  ແລະຄົນຊາຍໄດ້ຕອບວ່າ "ຜູ້ຍິງທ່ີພະອົງໄດ້ປະທານໃຫ້ຢູ່ກັບຂ້ານ້ອຍນັ້ນ ກໍໄດ້ເອົາແຕ່ໝາກໄມ້ນັ້ນຍື່ນໃຫ້ຂ້ານ້ອຍ ແລະຂ້ານ້ອຍໄດ້ກິນ" ໓,໑໓ ແລະພະເຢໂຫວາພະເຈົ້າໄດ້ກຼ່າວແກ່ຍິງວ່າ "ເຈົ້າໄດ້ກະທຳສີ່ງໃດ " ແລະຜູ້ຍິງໄດ້ຕອບວ່າ "ງູໄດ້ລໍ້ລວງຂ້ານ້ອຍ ແລະຂ້ານ້ອຍໄດ້ກິນໝາກນັ້ນ" . ໓,໑໔ ແລະພະເຢໂຫວາພະເຈົ້າໄດ້ກຼ່າວແກ່ງູວ່າ "ເພາະເຫດເຈົ້າໄດ້ກະທຳການນັ້ນ ເຈົ້າເປັນ

ທ່ີດ່າໃນທ່ຳກາງສັດບ້ານແລະສັດປ່າທັ້ງປວງ ເຈົ້າຈະລອຽໄປດ້ວຍທ້ອງຂອງເຈົ້າ ແລະຈະກິນຂີ້ຝຸ່ນດິນທຸກວັນຈົນສິ້ນຊິວີດ ໓,໑໕ ແລະເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ່ຍິງເປັນສັດຕູກັນ ເຊື້ອສາຍຂອງຜູ້ຍິງ ຈະຢຽບຫົວເຈົ້າໃຫ້ແຕກ ແລະເຈົ້າຈະທຳໃຫ້ສົ້ນຕີນເພື່ອນບວມຊຳໄປ"

໓, ໑໖ ພະອົງໄດ້ກຼ່າວແກ່ຜູ້ຍິງວ່າ "ເຮົາຈະກະທຳໃຫ້ຄວາມເຈັບແລະທົງຄັບຂອງ ເຈົ້າຂຶ້ນມາກຫຼາຍເມື່ອປະສູດລູກຈະມີຄວາມທຸກລຳບາກຫຼາຍ ແລະຄວາມຢາກໄດ້ຂອງເຈົ້າ

ຈະຫາສູຜົວຂອງເຈົ້າ ແລະຜົວຈະຄູ້ມຄອງຕົວເຈົ້າ". ໓, ໑໗ ແລະພະອົງໄດ້ກຼ່າວແກ່ທ່ານອາດາມ

ວ່າ " ເພາະເຫດເຈົ້າໄດ້ເຊື່ອຟັງຄວາມເມັຽຂອງເຈົ້າ ແລະໄດ້ກິນໝາກໄມ້ທ່ີເຮົາໄດ້ຫ້າມວ່າ

¨ຢ່າຊູກິນ¨ ດິນເປັນທ່ີດ່າຍ້ອນຕົວເຈົ້າ ເຈົ້າຈະຫາກິນທ່ີດິນນັ້ນດ້ວຍຄວາມທຸກຍາກ ທຸກວັນຈົນສິ້ນຊີວິດ. ໓,໑໘  ດິນນັ້ນຈະງອກຕົ້ນໄມ້ທ່ີມີໜາມ ແລະຫຍ້າມີໜາມຮົກຕໍ່ເຈົ້າ ແລະເຈົ້າຈະກິນຜັກຫຍ້າທ່ີຢູ່ປ່າ. ໓, ໑໙ ເຈົ້າຈະຫາກິນດ້ວຍເຫື່ອໄຫຼຊຸ່ມໜ້າ ຈົນເຖິງເຈົ້າຈະຫຼົບໄປໃນດິນອີກ. ເພາະວ່າເຈົ້າໄດ້ອອກມາຈາກດິນ ເພື່ອເຈົ້າເປັນຂີ້ຝູນ ແລະເຈົາຈະຫຼົບໄປໃນຂີ້ຝູນອີກ".

                              photo

໓, ໒໐ ແລະທ່ານໄດ້ເອີ້ນຊື່ເມັຽແຫ່ງຕົນວ່າ "ນາງເອວາ" ເຫດວ່ານາງເປັນແມ່ ຂອງຄົນທັ້ງປວງທ່ີມີຊີວິດຢູ່. ໓, ໒໑ ແລະພະເຢໂຫວາພະເຈົ້າໄດ້ເອົາໜັງສັດສ້າງເສື້ອຜ້າ ໃຫ້ທ່ານອາດາມກັບເມັຽນຸ່ງຫົ່ມຕົວ. ໓, ໒໒ ແລະພະເຢໂຫວາ ພະເຈົ້າໄດ້ກຼ່າວວ່າ " ດັ່ງນີ້ມະນຸດໄດ້ກາຽເປັນເໝືອນດ່ັງຜູ້ ໑ ໃນໝວດເຮົາ ຈະໄດ້ຮູ້ຈັກການດີແລະຊົ່ວ ແລະບັດນີ້ຢານວ່າລາວຈະຍື່ນມືຈັບເອົາໝາກຂອງ ຕົ້ນໄມ້ຊີວິດມາກິນ ແລະໃຫ້ອາຍຸລາວ

ຍືນຍາວເປັນນິດ" ໓, ໒໓ ແລະພະເຢໂຫວາພະເຈົ້າໄດ້ຂັບໄລ່ມະນຸດອອກຈາກສວນເອເດນ ໃຫ້ໄປໄຖດິນທີ່ໄດ້ເອົາອອກມາເປັນມະນຸດນັ້ນ. ພະອົງໄດ້ຂັບໄລ່ຄົນໃຫ້ໜີເສັຽ. ແລະທັ້ງທິດບົວຣະພາແຕ່ສວນເອເດນ ໓,໒໔ ພະອົງໄດ້ຕັ້ງນາຍທຸດສວັນ ທັ້ງຫຼາຍ ທີ່ຖືດາບອັນເປັນແປວໄຟອັນແກວ່ງໄປແກວ່ງມາ ເພື່ອຈະໄດ້ເຝົ້າຮັກສາທາງໄປ

ຫາຕົ້ນໄມ້ຊີວິດນັ້ນ.

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Retour à l'accueil

Calendrier

Mai 2012
L M M J V S D
  1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31      
<< < > >>

Recherche

Créer un blog gratuit sur over-blog.com - Contact - C.G.U. - Rémunération en droits d'auteur - Signaler un abus