Partager l'article ! gen 4, 1 à 26: ໔, ໑ ແລະທ່ານອາດາມໄດ້ຮ ...
໔, ໑ ແລະທ່ານອາດາມໄດ້ຮ່ວມຮູ້ກັບນາງເອວາຜູ້ເປັນເມັຽແຫ່ງຕົນ ແລະນາງ ໄດ້ທົງຄັບ ແລະໄດ້ປະສູດລູກຊື່ ກາອີນ ແລະນາງໄດ້ກຼ່າວວ່າ "ດ້ວຍຊົດຊ່ອຍຂອງພະເຢໂຫວາ
ເຮົາໄດ້ລູກຄົນ ໑ " . ໔,໒ ແລະນາງໄດ້ປະສູດນ້ອງຊາຍທ້າວກາອີນອີກຊື່ອາເບນ
ແລະທ້າວອາເບນເປັນຜູ້ລ້ຽງຝູງສັດນ້ອຍ ແລະທ້າວກາອີນເປັນຄົນໄຖນາ.
໔,໓ ແລະຢູ່ມາເມື່ອເວລາລ່ວງໄປ ທ້າວກາອີນໄດ້ເອົາແຕ່ໝາກທ່ີເກີດແຕ່ດິນ ມາຍົກບູຊາຖວາຍແກ່ພະເຢໂຫວາ. ແລະທ້າວອາເບນໄດ້ເອົາສັດ ລູກກົກກັບນ້ຳມັນຂອງສັດ
ທ່ີລ້ຽງໄວ້ນັ້ນ ມາຍົກບູຊາຖວາຍດ້ວຍ ແລະພະເຢໂຫວາໄດ້ຊອບໃຈກັບທ້າວອາເບນ ແລະກັບເຄື່ອງບູຊາຂອງຕົນນັ້ນ. ໔, ໕ ແຕ່ວ່າກັບທ້າວກາອີນແລະເຄື່ອງບູຊາແຫ່ງຕົນ ພະອົງກໍບໍ່ໄດ້ຊອບໃຈ ແລະທ້າວກາອີນໄດ້ຮ້າຍຫຼາຍ ແລະມີໜ້າຕົກ. ໔, ໖ ແລະພະເຢໂຫວາ ໄດ້ຖາມທ້າວກາອີນວ່າ "ເປັນສັນໃດເຈົ້າຮ້າຍ ແລະເປັນສັນໃດເຈົ້າມີໜ້າຕົກ. ໔,໗ ຖ້າເຈົ້າກະທຳດີ ເຈົ້າຈະບໍ່ເປັນທ່ີໂຜດຮັບຫຼື ແລະຖ້າເຈົ້າກະທຳບໍ່ດີ ສັດເຄື່ອງບູຊາຖວາຍແທນບາບກໍນອນຢູ່ທ່ີປະຕູ ແລະຄວາມຢາກໄດ້ຂອງມັນກໍຫາເຈົ້າ ແລະເຈົ້າຈະຄຸ້ມຄອງມັນ ".
໔, ໘ ແລະທ້າວກາອີນໄດ້ປາກກັບທ້າວອາເບນຜູ້ເປັນນ້ອງຊາຍແຫ່ງຕົນ ແລະຢູ່ ມາເມື່ອ
ເຂົາຢູ່ໃນທົ່ງນາດ້ວຍກັນ ທ້າວກາເອີນໄດ້ລຸກຂຶ້ນຕໍ່ສຸ້ທ້າວອາເບນຜູ້ເປັນ ນ້ອງຊາຍແຫ່ງຕົນ
ແລະໄດ້ຂ້າລາວເສັຽ. ໔, ໙ ແລະພະເຢໂຫວາໄດ້ຖາມທ້າວກາອີນ ວ່າ "ອາເບນນ້ອງຊາຍຂອງເຈົ້າຢູ່ທ່ີໃດ" ແລະທ້າວກາອີນໄດ້ຕອບວ່າ "ຂ້ານ້ອຍ ບໍ່ຮູ້ຈັກ ຂ້ານ້ອຍເປັນ
ຜູ້ພິທັກຮັກສານ້ອງຊາຍຂ້ານ້ອຍຫຼີ" . ໔,໑໐ ແລະພະອົງໄດ້ກຼ່າວວ່າ "ເຈົ້າໄດ້ກະທຳການໃດ ສຽງເລືອດຂອງນ້ອງຊາຍເຈົ້າກໍຮ້ອງຂຶ້ນມາຈາກດິນເຖິງເຮົາ. ໔, ໑໑ ແລະດຽວນີ້ ເຈົ້າເປັນ
ທີ່ດ່າແຕ່ດິນທ່ີໃດອ້າປາກຮັບເລືອດຂອງ ນ້ອງຊາຍ ທ່ີໃດໄຫຼແຕ່ມືຂອງເຈົ້າ. ໔,໑໒ ເມື່ອເຈົ້າຈະໄຖດິນ ມັນຈະບໍ່ເກີດ ໝາກຫຼາຍຕໍ່ໄປ ເຈົ້າຈະເປັນຄົນລັກເລງ ແລະຄົນຫຼົບຫຼີກເທິງແຜ່ນດິນ"
໔,໑໓ ແລະທ້າວກາອີນໄດ້ກຼາບຫຼອງພະເຢໂຫວາວ່າ "ໂທດຖືກຂ້ານ້ອຍກໍໜັກ ເຫຼືອທ່ີຂ້ານ້ອຍຈະທົນໃດ. ໔,໑໔ ດັ່ງນີ້ໃນວັນນີ້ ພະອົງໄດ້ຂັບໄລ່ຂ້ານ້ອຍຈາກຜືນດິນ ແລະຂ້ອນ້ອຍຈະເປັນທ່ີບັງໄວ້ຈາກໜ້າຂອງພະອົງ ແລະຂ້ານ້ອຍຈະເປັນຄົນລັກເລງ ແລະຄົນຫຼົບຫຼີກເທິງແຜ່ນດິນ ແລະຢູ່ມາເມື່ອຄົນ ໑ ຄົນໃດຈະພົບຂ້ານ້ອຍ ຄົນນັ້ນຈະຂ້າຂ້ານ້ອຍເສັຽ " ໔,໑໕ ແລະພະເຢໂຫວາໄດ້ກຼ່າວແກ່ລາວວ່າ "ເຫດສັນນີ້ຜູ້ໃດຈະຂ້າກາອີນນັ້ນ ກໍຈະມີໂທດເຖິງ ໓ ທໍ່" ແລະພະເຢໂຫວາໄດ້ໝາຍທ້າວກາອີນໄວ້ດ້ວຍສຳຄັນ ເພື່ອຄົນທຸກຄົນທ່ີຈະພົບ ລາວ ກໍຈະບໍ່ຂ້າລາວເສັຽ. ໔,໑໖
໔,໑໖ ແລະທ້າວກາອີນໄດ້ອອກມາຈາກຕ່ໍໜ້າພະເຢໂຫວາ ແລະໄດ້ອາໄສຢູ່ໃນປະເທດ ໂນດທັ້ງທິດບົວລະພາແຕ່ສວນເອເດນ. ແລະທ້າວກາອີນໄດ້ຮ່ວມຮູ້ກັບເມັຽແຫ່ງຕົນ ໔,໑໗ ແລະນາງໄດ້ທົງຄັບ ແລະໄດ້ປະສູດລູກຊື່ ເຫໂນກ ແລະທ້າວກາອີນໄດ້ກໍ່ສ້າງເມືອງຂຶ້ນແຫງ ໑ ແລະເອີ້ນຊື່ເມືອງນັ້ນວ່າ ເຫໂນກ ຕາມຊື່ລູກຊາຍແຫ່ງຕົນ. ໔, ໑໘ ແລະເຫໂນກມີລູກຊາຍຊື່ອີລາດ ແລະອີລາດມີລູກຊາຍຊື່ ເມຫຶຍາເອນ ແລະເມຫຶຍາເອນມີລູກຊາຍຊື່ ເມທຶຊາເອນ ແລະເມທຶຊາເອນມີລູກຊາຍຊື່ ລາເມກ. ໑,໑໙ ແລະທ່ານລາເມກໄດ້ເອົາເມັຽ ໒ ຄົນ ຄົນ ໑ ຊື່ອາດາ ຄົນທ່ີສອງຊື່ ຈີລາ. ໔, ໒໐ ແລະນາງອາດາໄດ້ປະສູດລູກຊາຍຊື່ ຍາບາເລ ຜູ້ເປັນພໍ່ແຫ່ງຄົນທັ້ງຫຼາຍ ທື່ຢູ່ໃນທັບອາໄສແລະລ້ຽງສັດ. ໔,໑໑ ແລະທ່ານຍາບາເລ ມີນ້ອງຊາຍຊື່ ຢູບາເລຜູ້ເປັນພໍ່ແຫ່ງຄົນທັ້ງປວງ ທີ່ດີດກະຈັບປີມືແລະເປົ່າຂຸ່ຽ. ໔,໒໒ ແລະນາງຈີລາທັ້ງມວນໄດ້ປະສູດລູກຊາຍຊື່ຕຶບາເລກາອີນ ຜູ້ເປັນຊ່າງຕີເຄື່ອງມື ທຳດ້ວຍທອງເຫຼືອງແລະດ້ວຍເຫຼັກ ແລະທ່ານຕຶບາເລກາອີນມີນ້ອງສາວ ຊື່ ນາອາມາ. ໔,໒໓ ແລະທ່ານລາເມກໄດ້ກຼ່າວແກ່ເມັຽທັ້ງ ໒ ແຫ່ງຕົນວ່າ "ນາງອາດາ ແລະນາງຈີລາ ຈົງພາກັນຟັງຄວາມເຮົາເທິນ ເມັຽຂອງລາເມກເອີຍ ຈົງພາກັນຕັ້ງຫູຟັງຖ້ອຍຄຳຂອງເຮົາເທິນ ເຮົາຈະຂ້າຄົນຜູ້ ໑ ຍ້ອນບາດຂອງເຮົາ ແລະຄົນໜຸ່ມຜູ້ ໑ ຍ້ອນຊ້ຳຂອງເຮົາ. ໔,໒໔ ຖ້າມີການຕອບແທນສຳຫຼັບທ່ານກາອີນເຖິງ ໗ ທໍ່ ສ່ວນທ່ານລາເມກຈະໄດ້ເຖິງ ໗໗ທໍ່. ໔,໒໕ ແລະທ່ານອາດາມໄດ້ຮ່ວມຮູ້ກັບເມັຽແຫ່ງຕົນອີກ ແລະນາງໄດ້ປະສູດລູກຊາຍຜູ້ ໑ ແລະເອີ້ນຊື່ວ່າ ເຊດ ນາງໄດ້ກຼ່າວວ່າ " ເພາະພະເຈົ້າໄດ້ໂຜດປະທານເຊື້ອສາຍອີກຄົນ ໑ ໃຫ້ຂ້ານ້ອຍ ແທນທ້າວອາເບນ ເຫດວ່າກາອີນໄດ້ຂ້າລາວເສັຽ" ໔,໒໖ ແລະທ່ານເຊດໄດ້ມີລູກຊາຍຄົນ ໑ ດ້ວຍ ແລະເອີ້ນຊື່ວ່າ ເອໂນຄ ໃນເລລານັ້ນ ເຂົາໄດ້ຕັ້ງຕົ້ນອ້ອນວອນອອກພະນາມຊື່ ແຫ່ງພະເຢໂຫວາ.
| Mai 2012 | ||||||||||
| L | M | M | J | V | S | D | ||||
| 1 | 2 | 3 | 4 | 5 | 6 | |||||
| 7 | 8 | 9 | 10 | 11 | 12 | 13 | ||||
| 14 | 15 | 16 | 17 | 18 | 19 | 20 | ||||
| 21 | 22 | 23 | 24 | 25 | 26 | 27 | ||||
| 28 | 29 | 30 | 31 | |||||||
|
||||||||||