Concours

Recommander

Mercredi 3 janvier 2007 3 03 /01 /Jan /2007 17:05

໕,໑ ໜັງສືລຳດັບເຊື້ອສາຍຂອງທ່ານອາດາມເປັນດັ່ງນີ້ ໃນວັນທ່ີພະເຈົ້າໄດ້ ນິລະມິດສ້າງມະນຸດນັ້ນ ພະອົງໄດ້ສ້າງລາວ ຕາມແບບຢ່າງຂອງພະເຈົ້າ. ໕,໒ ພະອົງໄດ້ນິລະມິດສ້າງ ທັ້ງຜູ້ຊາຍທັ້ງຜູ້ຍິງ ແລະໄດ້ອວຍພອນໃຫ້ເຂົາ ແລະໄດ້ເອີ້ນນາມຊື່ເຂົາວ່າ ຄົນ ໃນວັນທີ່ນິລະມິດສ້າງເຂົາແລ້ວ. ໕,໓ ແລະທ່ານອາດາມອາຍຸໄດ້ ໑໓໐ ປີແລ້ວ ທ່ານມີລູກຊາຍຄົນ ໑ ຕາມແບບຢ່າງ ຕາມຮູບແຫ່ງຕົນ ແລະເອີ້ນຊື່ວ່າ ເຊດ. ໕,໔  ແລະຕັ້ງແຕ່ທ່ານເຊດໄດ້ເກີດ ທ່ານອາດາມກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕,໕ ແລະອາຍຸທັ້ງສີ້ນຂອງທ່ານອາດາມໄດ້ ໙໓໐ ປີ. ແລະທ່ານໄດ້ຕາຍໄປ. ໕,໖ ແລະທ່ານເຊດອາຍຸໄດ້ ໑໐໕ ປີແລ້ວ ທ່ານມີລູກຊາຍຊື່ ເອໂນຄ. ໕,໗ ແລະຕັ້ງແຕ່ທ່ານເອໂຄໄດ້ເກີດ ທ່ານເຊດກໍມີຊີວິດຍືນຍາວໄປອີກໄດ້ ໘໐໗ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕.໘ ແລະອາຍຸທັ້ງສິ້ນຂອງທ່ານເຊດໄດ້ ໘໑໒ ປີ. ແລະທ່ານໄດ້ຕາຍໄປ.

໕, ໙ ແລະທ່ານເອໂນຄອາຍຸໄດ້ ໙໐ ປີແລ້ວ ທ່ານມີລູກຊາຍຊື່ເກນານ ໕,໑໐ ແລະຕັ້ງແຕ່ທ່ານເກນານໄດ້ເກີດ ທ່ານເອໂນຄກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໑໕ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕,໑໑  ແລະອາຍຸທັ້ສິ້ນຂອງ ທ່ານເອໂນຄໄດ້ ໘໑໕ ປີ ແລະທ່ານໄດ້ຕາຍໄປ. ໕, ໑໒ ແລະທ່ານເກນານ ອາຍຸໄດ້ ໗໐ ປີ ແລ້ວ ທ່ານມີລູກຊາຍຊື່ ມາຫາລາເລນ.໕,໑໓ ແລະຕັ້ງແຕ່ທ່ານ ມາຫາລາເລນໄດ້ເກີດ ທ່ານເກນານກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໔໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕,໑໔ ແລະອາຍຸທັ້ງສິ້ນຂອງທ່ານເກນານໄດ້ ໙໑໐ ປີ ແລະທ່ານໄດ້ຕາຍໄປ.

໕, ໑໕ ແລະທ່ານມາຫາລາເລນອາຍຸໄດ້ ໗໕ ປີ ແລ້ວ ທ່ານມີລູກຊາຍຊື່ ເຢເລດ. ໕, ໑໖ ແລະຕັ້ງແຕ່ທ່ານເຢເລໄດ້ເກີດ ທ່ານມາຫາລາເລນກໍມີຊີວິດ ຍືນຍາວຕໍ່ໄປອີກໄດ້ ໘໓໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໑໗ ແລະອາຍຸ ທັ້ງສິ້ນຂອງທ່ານມາຫາລາເລນໄດ້ ໘໙໕ ປີ ແລະທ່ານໄດ້ຕາຍໄປ.

໕, ໑໘ ແລະທ່ານເຢເລດອາຍຸໄດ້ ໑໖໒ ປີ ແລ້ວ ທ່ານມີລູກຊາຍຊື່ ເຫນົກ.

໕, ໑໙ ແລະຕັ້ງແຕ່ທ່ານເຫນົກໄດ້ເກີດ ທ່ານເຢເລດກໍມີຊີວິດຍືນຍາວ ຕໍ່ໄປອີກໄດ້ ໘໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໒໐ ແລະອາຍຸທັ້ງສິ້ນ ຂອງທ່ານເຢເລດໄດ້ ໙໖໒ ປີ ແລະທ່ານໄດ້ຕາຍໄປ. ໕, ໒໑ ແລະທ່ານເຫນົກອາຍຸໄດ້ ໖໕ ປີແລ້ວ ທ່ານມີລູກຊາຍຊື່ ເມທຶເຊລາ ໕, ໒໒ ແລະຕັ້ງແຕ່ທ່ານເມທຶເຊລາໄດ້ເກີດ ທ່ານເຫນົກໄດ້ທຽວໄປນຳພະເຈົ້າ ໓໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໒໓ ແລະອາຍຸທັ້ງສິ້ນຂອງທ່ານເຫນົກໄດ້ ໓໖໕ ປີ. ແລະທ່ານເຫນົກໄດ້ທຽວໄປນຳພະເຈົ້າ ແລະບໍ່ຍັງຢູ່ ເຫດວ່າພະເຈົ້າ ໄດ້ເອົາທ່ານໄປ. ໕, ໒໕

ແລະທ່ານມາຫາລາເລນອາຍຸໄດ້ ໖໕ ປິ ແລ້ວ ທ່ານມີລຸກຊາຍຊື່ ເຢເລດ. ໕,໑໖ ແລະຕັ້ງແຕ່ທ່ານເຢເລດໄດ້ເກີດ ທ່ານມາຫາລາເລນກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໓໐ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໑໗ ແລະອາຍຸທັ້ງສິ້ນຂອງທ່ານມາຫາລາເລນໄດ້ ໘໙໘ ປິ ແລະທ່ານໄດ້ຕາຍໄປ. ໕,໑໘ ແລະທ່ານເຢເລດອາຍຸໄດ້ ໑໖໒ ປີ ແລ້ວ ທ່ານມີລູກຊາຍຊື່ ເຫນົກ. ໕,໑໙ ແລະຕັ້ງແຕ່ທ່ານເຫນົກໄດ້ເກີດ ທ່ານເຢເລດກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໘໐໐ ປີແລະມີລູກຊາຍຍິງຫຼາຍຄົນ. ໕,໒໐ ແລະອາຍຸທັ້ງສິ້ນຂອງທ່ານເຢເລດໄດ້ ໙໖໒ ປີ ແລະທ່ານໄດ້ຕາຍໄປ

 

໕, ໒໑ ແລະທ່ານເຫນົກອາຍຸໄດ້ ໖໕ ປີແລ້ວ ທ່ານມີລູກຊາຍຊື່ ເມທຶເຊລາ ໕,໒໒ ແລະຕັ້ງແຕ່ທ່ານເມທຶເຊລາໄດ້ເກີດ ທ່ານເຫນົກໄດ້ທຽວໄປນ້ຳພະເຈົ້າ ໓໐໐ ປີ ແລະມີລູກຊາຍຍິງຫຼາຍຄົນ ໕, ໒໓ ແລະອາຍຸທັ້ງສິ້ນຂອງທ່ານເຫນົກ ໄດ້ ໓໖໕ ປີ. ໕,໒໔ ແລະທ່ານເຫນົກໄດ້ທຽວໄປນ້ຳພະເຈົ້າ ແລະບໍຍັງຢູ່ ເຫດວ່າພະເຈົ້າໄດ້ເອົາທ່ານໄປ. ໕, ໒໕ ແລະທ່ານເມທຶເຊລາອາຍຸໄດ້ ໑໘໗ ປີແລ້ວ ທ່ານມີລູກຊາຍຊື່ ເລເມກ . ໕,໒໖ ແລະຕັ້ງແຕ່ທ່ານເລເມກໄດ້ເກີດ ທ່ານເມທຶເຊລາກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໗໘໒ ປີ ແລະມີລູກຊາຍຍິງຫຼາຍ ຄົນ ໕, ໒໗ ແລະອາຍຸທັ້ງສິ້ນຂອງທ່ານເມທຶເຊລາໄດ້ ໙໖໙ ແລະທ່ານໄດ້ຕາຍ ໄປ. ໕,໒໘ ແລະທ່ານເລເມກອາຍູໄດ້ ໑໙໒ ປີ ແລ້ວ ທ່ານມີລູກຊາຍຄົນ ໑ . ໕, ໒໙ ແລະໄດ້ເອີ້ນນາມຊື່ລູກນັ້ນວ່າ ໂນເອ ເວົ່າວ່າ "ລູກຄົນນີ້ຈະອ້ອຍໄຈ ຂອງພວກເຮົາແຕ່ວຽກ ແລະແຕ່ການໜັກແຫ່ງມືຂອງພວກເຮົາຍ້ອນດິນທ່ີ ພະເຢໂຫວາໄດ້ດ່ານັ້ນ" . ໕,໓໐ ແລະຕັ້ງແຕ່ທ່ານໂນເອໄດ້ເກີດ ທ່ານເລເມກ ກໍມີຊີວິດຍືນຍາວຕໍ່ໄປອີກໄດ້ ໔໙໒ ປີ ແລະມີລູກຊາຍຍິງຫຼາຍຄົນ. ໕, ໓໑ ແລະອາຍຸທັ້ງສິ້ນຂອງທ່ານເລເມກໄດ້ ໗໗໗ ປີ ແລະທ່ານໄດ້ຕາຍໄປ. ໕, ໓໒ ແລະທ່ານໂນເອອາຍຸໄດ້ ໕໐໐ ປີ ແລ້ວ ທ່ານໂນເອມີລູກຊາຍ ໓ ຄົນ ຊື່ ເຊມຜູ້ ໑ ກຳຜູ້ ໑ ແລະ ຢາເຟດຜູ້ ໑

 

 

 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Retour à l'accueil

Calendrier

Mai 2012
L M M J V S D
  1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31      
<< < > >>

Recherche

Créer un blog gratuit sur over-blog.com - Contact - C.G.U. - Rémunération en droits d'auteur - Signaler un abus