Concours

Recommander

Jeudi 4 janvier 2007 4 04 /01 /Jan /2007 18:28

໖, ໑ ແລະຢູ່ມາເມື່ອຄົນທັ້ງຫຼາຍໄດ້ມາກທະວີຂຶ້ນຕາມໜ້າແຜ່ນດິນ ແລະມີລູກ ສາວຫຼາຍຄົນ. ໖, ໒ ລູກຊາຍທັ້ງຫຼາຍຂອງພະເຈົ້າໄດ້ເຫັນວ່າລູກສາວຂອງຄົນ ທັ້ງຫຼາຍກໍງາມຢູ່ ແລະໄດ້ເອົາເຂົາມາເປັນເມັຽຕາມໄດ້ເລືອກໄວ້ ໖,໓ ແລະພະເຢໂຫວາໄດ້ກຼ່າວວ່າ "ພວກວິນຍານຂອງເຮົາຈະບໍ່ຖຽງກັນກັບມະນຸດຢູ່ ໄປເປັນນິດ ເພາະວ່າມະນຸດເປັນແຕ່ເນື້ອໜັງເທົ່ານັ້ນ ແຕ່ວ່າເຂົາຈະມີຊີວິດຕໍ່ໄປ ໄດ້ ໑໒໐ ປີ.     ໖, ໔ ໃນຄາວນັ້ນມີຄົນຕົວໃຫຍ່ເຫຼືອເກີນ ມີແຮງຫຼາຍເທິງແຜ່ນດິນໂລກ ແລະພາຍຫຼັງພວກລູກຊາຍຂອງພະເຈົ້າ

 

 

ໄດ້ມາຊູລູກສາວແຫ່ງຄົນທັ້ງຫຼາຍ ແລະເຂົາໄດ້ປະສູດລູກແລ້ວ ລູກທັ້ງຫຼາຍນີ້ ເປັນຄົນມີແຮງຫຼາຍແຕ່ບູຮານ ເປັນຄົນມີຊື່ສຽງລືໄປ ໖, ໕ ແລະພະເຢໂຫວາໄດ້ ເຫັນຄວາມຊົ່ວຮ້າຍຂອງມະນຸດຂຶ້ນມາກຫຼາຍເທິງແຜ່ນດິນໂລກ ແລະຄວາມຝີປອງທັ້ງສິ້ນແຫ່ງຄວາມຄຶດໃນໃຈມະນຸດເປັນຄວາມຊົ່ວຮ້າຍທຸກ ເວລາ. ໖, ໖ ແລະພະເຢໂຫວາໄດ້ຫຼົບໃຈຈາກການສ້າງມະນຸດເທິງ

 

 

ແຜ່ນດິນໂລກ ແລະມີຄວາມທຸກໃຈ. ໖, ໗ ແລະພະເຢໂຫວາໄດ້ກຼ່າວວ່າ "ມະນຸດທ່ີເຮົາໄດ້ນິລະມິດສ້າງນັ້ນ ເຮົາຈະທຳລາຍໃຫ້ສູນເສັຍຈາກຜືນດິນ ທັ້ງຄົນແລະສັດໃຊ້ ແລະສັດທີ່ເລືອຄານ ແລະນົກທ່ີຟ້າອາກາດ ດ້ວຍວ່າເຮົາ ທຼົບໃຈຈາກການສ້າງເຂົາ" ໖, ໘ ແຕ່ວ່າທ່ານໂນເອໄດ້ພໍປະສົບໃນຕາຂອງ ພະເຢໂຫວາ. ໖, ໙ ເຊື້ອສາຍຂອງທ່ານໂນເອເປັນດັ່ງນີ້ ທ່ານໂນເອເປັນຄົນ ສັດຊື່ດີທ່ີສຸດໃນທ່າມກາງຄົນທັ້ງຫຼາຍໃນຄາວນັ້ນ ທ່ານໂນເອໄດ້ທຽວໄປນຳ ພະເຈົ້າ ໖, ໑໐ ແລະທ່ານໂນເອມີລູກຊາຍ ໓ ຄົນ ຊື່ ເຊມ ໑ ກຳ ໑ ແລະ ຢາເຟດ ໑ . ໖, ໑໑ ແລະແຜ່ນດິນໂລກກໍຊົ່ວເສັຽໄປຕໍ່ໜ້າພະເຈົ້າ ແລະແຜ່ນດິນໂລກເຕັມໄປດ້ວຍການຫຽາບຊ້າສາໂຫດ. ໖, ໑໒ ແລະພະເຈົ້າ

 

 

ໄດ້ເບິ່ງແຜ່ນດິນໂລກ ແລະດັ່ງນີ້ມັນຊົ່ວເສັຽໄປ ເຫດວ່າເນື້ອໜັງທັ້ງສິ້ນໄດ້ ກະທຳໃຫ້ຮີດຄອງແຫ່ງຕົນຊົ່ວໄປເທິງແຜ່ນດິນໂລກ. ໖, ໑໓ ແລະພະເຈົ້າໄດ້ ກຼ່າວແກ່ທ່ານໂນເອວ່າ "ທ່ີສຸດແຫ່ງເນື້ອໜັງທັ້ງສິ້ນໄດ້ມາເຖິງແລ້ວຕໍ່ໜ້າເຮັາ ເຫດວ່າແຜ່ນດິນກໍເຕັມໄປດ້ວຍການຫຽາບຊ້າສາໂຫດຂອງເຂົາ ແລະດັ່ງນີ້ ເຮົາຈະໃຫ້ເຂົາຈີບຫາຍເສັຍພ້ອນກັນກັບແຜ່ນດິນນັ້ນ" . ໖, ໑໔ ເຈົ້າຈົງເອົາ ໄມ້ໂຄເຟ ກໍສ້າງນາວາໃຫຍ່ຫຼັງ ໑ ຈົງສ້າງເປັນຫ້ອງຫຼາຍບ່ອນ ແລະເອົາຢາງ ຂີ້ຊີ ທາທັ້ງໃນແລະທັ້ງນອກ. ໖, ໑໕ ແລະເຈົ້າຈົງສ້າງນາວານັ້ນຢ່າງນີ້ ຍາວ ໓໐໐ ສອກ ກວ້າງ ໕໐ ສອກ ແລະສູງ ໓໐ ສອກ. ໖,໑໖ ເຈົ້າຈົງທຳປ່ອງຢ້ຽມ ອັນ ໑ ທັ້ງເທິງນາວານັ້ນໃຫ້ແລ້ວເຖິງສອກ ໑ ແລະສ້າງປະຕູທ່ີຂ້າງນາວານັ້ນ  ແລະສ້າງຖານຊັ້ນທ່ີລຸ່ມ ຊັ້ນທ່ີກາງ ແລະຊັ້ນທ່ີເທິງ. ໖, ໑໗ ແລະຝ່າຍເຮັາດັ່ງນີ້ ເຮົາໃຫ້ນ້ຳມາຖ້ວນແຜ່ນດິນໂລກ ເພື່ອຈະໄດ້ທຳລາຍເນື້ອໜັງທ່ີມີຊີວິດລົມຫັນໃຈ ໃຫ້ເສັຽຈາກໃຕ້ຟ້າ ສັບປະທຸກສິ່ງທ່ີຢູ່ເທິງແຜ່ນດິນຈະຕາຍໄປ. ໖,໑໘ ແລະຄຳ ສັນຍາຂອງເຮົາ ເຮົາຕັ້ງໄວ້ກັບເຈົ້າ ແລະເຈົ້າຈະເຂົ້າໄປໃນນາວານັ້ນ ທັ້ງເຈົ້າ ກັບລູກຊາຍແລະເມັຽແລະລູກໃພ້ທັ້ງຫຼາຍຂອງເຈົ້າດ້າຍ. ໖,໑໙ ແລະສັດທ່ີມີຊີວິດທຸກຢ່າງທຸກເນື້ອ ຢ່າງລະຄູ່ ເຈົ້າຈົງລັບເຂົ້າມາໄວ້ໃນນາວາ

 

 

ດ້ວຍ ເພື່ອຈະໄດ້ຮັກສາຊີວິດໄວ້ກັບເຈົ້າ ທັ້ງຕົວເຖິກແລະຕົວແມ່. ໖,໒໐ ແຕ່ນົກທັ້ງຫຼາຍ ຕາມເຊື້ອຊາດນົກນັ້ນ ແລະແຕ່ສັດໃຊ້ຕາມເຊື້ອຊາດສັດນັ້ນ ແຕ່ສັດເລືອຄານທ່ີດິນຕາມເຊື້ອຊາດສັດນັ້ນທຸກຢ່າງ ຢ່າງລະຄູ່ ຈະເຂົ້າມາຢູ່ ນຳເຈົ້າ ຈະໄດ້ຮັກສາຊີວິດໄວ້. ໖,໒໑ ແລະຝ່າຍເຈົ້າ ຈົງເອົາອາຫານທຸກຢ່າງ ທີ່ກິນເປັນມາໂຮມໄວ້ນຳເຈົ້າ ແລະຂອງນັ້ນຈະເປັນອາຫານສຳຫຼັບເຈົ້າ ແລະສຳຫຼັບສັດທັ້ງຫຼາຍນັ້ນດ້ວຍ ໖,໒໒ ແລະທ່ານໂນເອໄດ້ກະທຳດັ່ງນີ້ ຕາມທີ່ພະເຈົ້າໄດ້ສັ່ງແລ້ວ ທ່ານໂນເອໄດ້ກະທຳທຸກສິ່ງ.
Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Retour à l'accueil

Calendrier

Mai 2012
L M M J V S D
  1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31      
<< < > >>

Recherche

Créer un blog gratuit sur over-blog.com - Contact - C.G.U. - Rémunération en droits d'auteur - Signaler un abus