Concours

Recommander

Dimanche 15 avril 2007 7 15 /04 /Avr /2007 10:56

ພະເຢຊູປະກົດແກ່ພວກສາວົກ

ໃນຕອນເດິກຂອງແລງວັນອາທິດນັ້ນ ພວກສາວົກຮ່ວມກັນຢູ່ໃນຫ້ອງ ແລະປິດປະຕູໃສ່ໄລໄວ້ເພາະຢ້ານພວກເຈົ້າໜ້າທີ່ຢີວ. ແລ້ວພະເຢຊູກໍໄດ້ເຂົ້າມາຢືນຢູ່ທ່າມກາງພວກເຂົາ. ພະອົງກ່າວວ່າ "ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ."

ເມື່ອພະເຢຊູກ່າວດັ່ງນັ້ນແລ້ວ ພະອົງກໍເດ່ມືແລະປິ່ນຂ້າງຂອງພະອົງໃຫ້ພວກເຂົົາເບິ່ງ ພວກສາວົກຈຶ່ງເຕັມໄປດ້ວຍຄວາມຊົມຊື່ນ ຍິນດີທ່ີເຫັນພະຜູ້ເປັນເຈົ້າ. ພະເຢຊູກ່າວແກ່ພວກເຂົາອີກວ່າ " ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ. ພະບິດາໄດ້ໃຊ້ເຮົາມາຢ່າງໃດ ເຮົາກໍໃຊ້ພວກທ່ານໄປຢ່າງນັ້ນ."

ເມື່ອກ່າວຈົບແລ້ວ ພະອົງໄດ້ລະບາຍລົມຫັນໃຈອອກໃສ່ພວກເຂົາ ແລະບອກວ່າ "ຈົ່ງຮັບເອົາພະວິນຍານບໍລິສຸດເຖີດ. ຖ້າພວກທ່ານອະໄພການບາບຂອງຄົນ ເຂົາກໍຈະໄດ້ຮັບອະໄພ. ຖ້າພວກທ່ານບໍ່ອະໄພການບາບຂອງຄົນ ເຂົາກໍຈະບໍ່ໄດ້ຮັບ ອະໄພ."

ໂທມາທ່ີເອີ້ນວ່າແຝດເປັນສາວົກຄົນນຶ່ງໃນສິບສອງຄົນ ລາວບໍ່ໄດ້ຢູ່ກັບພວກເຂົາຕອນທ່ີພະເຢຊູມາປະກົດນັ້ນ.

ສາວົກຄົນອື່ນຈຶ່ງບອກໂທມາວ່າ "ພວກເຮົາເຫັນພະຜູ້ເປັນເຈົ້າແລ້ວ ! "

ແຕ່ໂທມາຕອບພວກເຂົາວ່າ "ຂ້ອຍຈະບໍ່ເຊື່ອ ຖ້າຂ້ອຍບໍ່ເຫັນຮອຍຕະປູທ່ີຝາມືຂອງເພິ່ນ ແລະເອົານີ້ວມືຂອງຂ້ອຍແປະໃສ່ ຮອຍຕະປູ ແລະຈັບບາຍຂ້າງຂອງເພິ່ນ."

ອາທິດໜຶ່ງຕ່ໍມາ ພວກສາວົກຂອງພະອົງຢູ່ພ້ອມພຽງກັນໃນເຮືອນ ໂທມາກໍຢູ່ນຳເຂົາດ້ວຍ. ທັງໆທ່ີປະຕູປິດແລະໃສ່ໄລໄວ້ ແຕ່ເຢຊູເຂົ້າມາຢືນຢູ່ທ່າມກາງພວກເຂົາ ແລະກ່າວວ່າ "ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ." ແລ້ວພະອົງກໍກ່າວຕໍ່ໂທມາວ່າ "ຈົ່ງເອົານີ້ວມືຂອງເຈົ້າລູບຝາມືຂອງເຮົາ; ແລະເດ່ມືຂອງເຈົ້າແປະຂ້າງຂອງເຮົາ. ຢຸດສົງໄສແລະຈົ່ງເຊື່ອ ! "

ໂທມາຕອບພະອົງວ່າ "ພະຜູ້ເປັນເຈົ້າຂອງຂ້າພະອົງ ແລະພະເຈົ້າຂອງຂ້າພະອົງ ! "

ພະເຢຊູກ່າວຕໍ່ໂທມາວ່າ "ເຈົ້າເຊື່ອເພາະເຫັນເຮົາບໍ ? ຜູ້ທ່ີເຊື່ອໂດຍບໍ່ເຫັນເຮົາກໍເປັນສຸກເທົ່າໃດນໍ ! "

(ພວກເຮົາເປັນສາວົກນັ້ນທ່ີບໍ່ເຫັນ ເຖິງດັ່ງນັ້ນກໍດີພວກເຮົາເຊື່ອ. ໃນວັນນີ້ປິນີ້ເຮົາເວົ້າໃໝ່ວ່າ "ພະຜູ້ເປັນເຈົ້າຂອງຂ້າພະອົງ ແລະພະເຈົ້າຂອງຂ້າພະອົງ ! " - ຄຸນພໍ່ໂປນທ່ີບໍ່ມີໂອກາດໄປປະເທດລາວຈັກເທື່ອ ແຕ່ຮັກຊາວລາວຫຼາຍ )

ຄ 

Par khoun pho - Publié dans : biblelaotienne
Ecrire un commentaire - Voir les 0 commentaires
Retour à l'accueil

Calendrier

Mai 2012
L M M J V S D
  1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31      
<< < > >>

Recherche

Créer un blog gratuit sur over-blog.com - Contact - C.G.U. - Rémunération en droits d'auteur - Signaler un abus