Partager l'article ! Apocalypse 21, 1 à 5: ພະນິມິດ ໒໑, ໑_໕ ໑. ແລ ...
ພະນິມິດ ໒໑, ໑_໕
໑. ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໃໝ່ແລະແຜ່ນດິນໂລກໃໝ່. ສະຫວັນແຮກແລະແຜ່ນດິນໂລກແຮກໄດ້ສູນຫາຍໄປ ແລະທະເລກໍບໍ່ມີຄືກັນ.
໒. ແລະຂາພະເຈົ້າກໍໄດ້ເຫັນນະຄອນສັກສິດ ກຸງເຢລູຊາເລັມໃໝ່ ກຳລັງລົງມາຈາກສະຫວັນແລະຈາກພະເຈົ້າຕຽມພ້ອມຄືເຈົ້າສາວແຕ່ງຕົວລໍຖ້າ ພົບເຈົ້າບ່າວຂອງຕົນ.
໓. ຂາພະເຈົ້າໄດ້ຍິນສຽງດັງອອກມາຈາກບັນລັງແລະກ່າວວ່າ: " ບັດນີ້ບ້ານຂອງພະເຈົ້າຢູ່ກັບມະນຸດ! ພະອົງຈະມີຊີວິດຢູ່ກັບພວກເຂົາ ແລະພວກເຂົາກໍຈະໄດ້ເປັນປະຊາຊົນຂອງພະອົງ. ພະເຈົ້າເອງຈະມີຊີວິດຢູ່ກັບພວກເຂົາ ແລະພະອົງກໍຈະເປັນພະເຈົ້າຂອງພວກເຂົາ.
໔. ພະອົງຈະເຊັດນ້ຳຕາທຸກຢົດຈາກຕາຂອງພວກເຂົາ. ຄວາມຕາຍຈະບໍ່ມີອີກຕໍ່ໄປ, ຄວາມໂສກເສົ້າ, ການຮ້ອງໄຫ້, ແລະຄວາມເຈັບປວດຈະບໍ່ມີອີກຕ່ໍໄປ. ສິ່ງເກົ່າແກ່ໄດ້ສູນຫາຍໄປແລ້ວ.
໕. ແລ້ວຜູ້ທີ່ນັ່ງຢູ່ເທິງບັນລັງກໍໄດ້ກ່າວວ່າ : "ບັດນີ້ເຮົາໄດ້ສ້າງທຸກສິ່ງຂຶ້ນໃໝ່ ! " ແລະພະອົງກ່າວແກ່ຂ້າພະເຈົ້າອີກວ່າ "ຈົ່ງຂຽນໄວ້ ດ້ວຍວ່າຄຳເຫຼົ່ານີ້ເປັນຄວາມຈິງແລະເປັນທ່ີເຊື່ອຖືໄດ້."
| Mai 2012 | ||||||||||
| L | M | M | J | V | S | D | ||||
| 1 | 2 | 3 | 4 | 5 | 6 | |||||
| 7 | 8 | 9 | 10 | 11 | 12 | 13 | ||||
| 14 | 15 | 16 | 17 | 18 | 19 | 20 | ||||
| 21 | 22 | 23 | 24 | 25 | 26 | 27 | ||||
| 28 | 29 | 30 | 31 | |||||||
|
||||||||||