Partager l'article ! St Luc 9 (11-17): ພຣະອົງກໍຊົງຕ້ອນຮັບເ ...
ພຣະອົງກໍຊົງຕ້ອນຮັບເຂົາແລະຊົງບອກເຂົາເຖິງຣາຊແຜ່ນດິນຂອງພຣະເຈົ້າ ແລະທຸກຄົນທ່ີຕ້ອງການຢາກດີພຍາດ ພຣະອົງກໍຊົງໂຜດໃຫ້ດີ. ຄັນຕາເວັນກຳລັງຈະຕົກ ພວກສິບສອງຄົນນັ້ນໄດ້ມາທູນພຣະອົງວ່າ "ຂໍໃຫ້ປະຊາຊົນເລີກໄປຕາມບ້ານໄຮ່ບ້ານນາໃນແຖບນີ້ເພື່ອຫາບ່ອນພັກນອນແລະຊື້ອາຫານກິນ ເພາະບ່ອນນີ້ຢູ່ກາງປ່າ" ແຕ່ພຣະອົງຊົງຕອບເຂົາວ່າ "ພວກທ່ານຈົງລ້ຽງເຂົົາສາ" . ພວກສາວົກຈິ່ງທູນວ່າ "ພວກຂ້ານ້ອຍບໍ່ມີຫຽັງນອກຈາກເຂົ້າຈີ່ຫ້າກ້ອນ ແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້ານ້ອຍຈະໄປຊື້ອາຫານສຳລັບຄົນທັງປວງນີ້." ເພາະວ່າຄົນເຫຼົ່ານັ້ນແຕ່ຜູ້ຊາຍມີປະມານ ຫ້າພັນຄົນ ແລ້ວພຣະອົງຊົງສັ່ງພວກສາວົກວ່າ "ຈິ່ງໃຫ້ຄົນທັງປວງນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ". ເຂົາກໍເຮັດຕາມ ຄືໄດ້ໃຫ້ຄົນທັງປວງນັ່ງລົງ. ເມື່ອພຣະອົງຊົງຮັບເອົາເຂົ້າຈີ່ຫ້າກ່ອນແລະປາສອງໂຕນັ້ນແລ້ວ ກໍຊົງເງີຍພຣະພັກເບິ່ງຟ້າຂໍພຣະພອນ ແລະຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກເພື່ອແຈກໃຫ້ແກ່ຄົນທັງປວງ. ເຂົສກໍກິນອີ່ມທຸກຄົນ ສ່ວນຕ່ອນຫັກທ່ີເຫຼືອນັ້ນກໍເກັບໄດ້ສິບສອງບຸງ.
| Mai 2012 | ||||||||||
| L | M | M | J | V | S | D | ||||
| 1 | 2 | 3 | 4 | 5 | 6 | |||||
| 7 | 8 | 9 | 10 | 11 | 12 | 13 | ||||
| 14 | 15 | 16 | 17 | 18 | 19 | 20 | ||||
| 21 | 22 | 23 | 24 | 25 | 26 | 27 | ||||
| 28 | 29 | 30 | 31 | |||||||
|
||||||||||